ໃນວັນທີ 6 ມັງກອນ 2025, ທີ່ໂຮງແຮມ ລາວພລາຊາ, ນະ ຄອນຫຼວງວຽງຈັນ. ກົມຮ່ວມມືສາກົນ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຄະນະປະສານງານທາງດ້ານວິຊາການ ຂອງໂຄງການ Justice ຂຶ້ນ, ໃຫ້ກຽດເປັນປະທານໂດຍ ທ່ານ ຄໍາພອນ ສີປະເສີດ ຫົວໜ້າໜ່ວຍງານຄຸ້ມຄອງໂຄງການ ຈັສຕິດ, ຫົວໜ້າກົມຮ່ວມມືສາກົນ ກະຊວງຍຸຕິທໍາ, ມີຄູ່ຮ່ວມງານຈາກພາກສ່ວນຕ່າງໆຄື: ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະພາທະນາຍຄວາມລາວ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຕາງໜ້າບັນດາກົມກອງ ກະຊວງຍຸຕິທໍາ ແລະ ໜ່ວຍງານຄຸ້ມຄອງໂຄງການ ພ້ອມທັງທີມງານໂຄງການ Justice ເຂົ້າຮ່ວມຈໍານວນ 41 ທ່ານ.
ກອງປະຊຸມຄະນະປະສານງານທາງດ້ານວິຊາການຂອງໂຄງການຈັດຂຶ້ນໃນທຸກໆປີ ໂດຍມີຈຸດປະສົງ (1) ເພື່ອທົບທວນຄືນ ແລະ ສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາໃນປີຜ່ານມາກໍຄືປີ 2024; (2) ເພື່ອປຶກສາຫາລືກ່ຽວກັບການບັນຈຸກິດຈະກໍາຂອງແຕ່ລະພາກສ່ວນເຂົ້າໃນແຜນປະຕິບັດງານປະຈໍາປີ 2025; ແລະ (3) ກະກຽມຄວາມພ້ອມສຳລັບກອງປະຊຸມຄະນະຊີ້ນໍາໂຄງການ ເພື່ອສະເໜີອະນຸມັດແຜນປະຕິບັດງານປະຈໍາປີ (Annual Action Plan). ຜ່ານການຄົ້ນຄວ້າປຶກສາຫາລື ຕາງໜ້າຈາກ ພາກສ່ວນຕ່າງໆກໍໄດ້ສະເໜີ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບແຜນກິດຈະກໍາປະຈໍາປີຂອງແຕ່ລະພາກສ່ວນ ເພື່ອຈະນໍາເອົາແຜນດັ່ງກ່າວສະເໜີຂໍອະນຸມັດຈາກກອງປະຊຸມຄະນະຊີ້ນໍາໂຄງການ.
ຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ໃຫ້ຄໍາເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດ ຊອບ ທີ່ໄດ້ເອົາໃຈໃສ່ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ຂອບໃຈບັນດາທ່ານຕາງໜ້າຈາກ ພາກສ່ວນຕ່າງໆທີ່ໃຫ້ການຊຸກຍູ້ ຮ່ວມມືຕໍ່ວຽກງານໃນຄັ້ງນີ້.
ພາບ-ຂ່າວ: ໄໝສີສົດ ສິນພອນເພັດ





