ໃນໂອກາດມີຄໍາເຫັນກ່າວຮັບໜ້າທີ່ເປັນປະທານສະພາແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບໃຈເປັນຢ່າງສູງ ຕໍ່ບັນດາທ່ານ ສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໃຫ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຊຸດທີ X ອີກສະໄໝໜຶ່ງ ໃນກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະລຶກ ຊຸດທີ X.
ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສຸມທຸກສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ, ຈະສັດຊື່ ບໍລິສຸດຕໍ່ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ແລະ ຈະຮ່ວມກັບໝູ່ຄະນະ ກໍຄື ສະມາຊິກສະພາແຫ່ງຊາດ ຊຸດທີ X ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມສະພາແຫ່ງຊາດ ເຂົ້າໃນການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຊຸດທີ X ຕາມທີ່ກຳນົດໃນລັດຖະທຳມະນູນ ແລະ ກົດໝາຍ ໃຫ້ມີໝາກຜົນຕົວຈິງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ ແລະ ໜັກແໜ້ນ.
ທ່ານ ໄຊສົມພອນ ພົມວິຫານ ມີຄວາມຫວັງອັນແຮງກ້າວ່າ ລັດຖະບານ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ, ບັນດາອົງການຈັດຕັ້ງພັກ-ລັດ ທຸກຂັ້ນ ກໍ່ຄືປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ໃຫ້ການຮ່ວມມື, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອສະພາແຫ່ງຊາດ ຊຸດທີ X ເພື່ອເຮັດຫຼ້ອນໜ້າທີ່ອັນມີກຽດສະຫງ່າທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.


