ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄົບຄະນະຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາແຫ່ງຊາດ ປະຈໍາປີ 2024

Nov 6, 2024

ກອງປະຊຸມຄົບຄະນະຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ປະຈຳປີ 2024 ໄດ້ຈັດຂຶ້ນເມື່ອວັນທີ 4 ພະຈິກຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງ ທ່ານ ພົຕ. ປອ. ວົງສັກ ພັນທະວົງ ຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ມີບັນ ດາທ່ານປະທານ-ຮອງປະທານກໍາມາທິການພາຍໃນ ສພຊ, ສະມາຊິກສະພາແຫ່ງ ຊາດທີ່ເປັນກຳມະການສັງກັດ ກປຊສ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ (ປກຊ-ປກສ) ສູນກາງ, 2 ກອງບັນຊາການທະຫານ ແລະ ປກສ ນະຄອນ ຫຼວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງບົດສະຫຼຸບ, ຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນ ການເຄື່ອນໄຫວວຽກງານປະຈໍາປີ 2025 ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບົດລາຍງານຂອງກະຊວງປ້ອງກັນປະ ເທດ ພາຍໃຕ້ຫົວຂໍ້ “ສະພາບ ແລະ ການປົກປັກຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ”, ບົດລາຍງານຂອງກະຊວງປ້ອງກັນຄວາມສະຫງົບ ພາຍໃຕ້ຫົວຂໍ້ “ການແກ້ໄຂບັນຫາຢາເສບຕິດ ແລະ ປາກົດການຫຍໍ້ ທໍ້ເກີດຂຶ້ນໃນສັງຄົມປັດຈຸ ບັນ”, ບົດລາຍງານຂອງສະຫະພັນນັກຮົບເກົ່າແຫ່ງຊາດ ພາຍໃຕ້ຫົວຂໍ້ “ການສຶກສາອົບຮົມຄົນຮຸ່ນໃໝ່ ແລະ ການປະຕິບັດນະໂຍບາຍຕໍ່ສາມະຊິກນັກຮົບເກົ່າ”, ບົດລາຍງານຂອງຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ພາຍໃຕ້ຫົວຂໍ້ “ສະພາບການພົ້ນເດັ່ນຂອງໂລກ ແລະ ພາກພຶ້ນໃນປັດຈຸ ບັນ ແລະ ກົນອຸບາຍຂອງອິດທິກຳລັງປໍລະປັກ ຕໍ່ ສປປລາວ”; ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ກໍໄດ້ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ແຜນ ການຂອງ ກປຊສ, ຕໍ່ບັນດາບົດລາຍງານຂອງ 4 ພາກສ່ວນ ແລະ ບັນຫາທີ່ພົວພັນເຖິງຄວາມໝັ້ນຄົງໃນສະເພາະໜ້າ ແລະ ຍາວນານ ເພື່ອນຳສະເໜີລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ໃຫ້ທິດຊີ້ນຳໃນການແກ້ໄຂ ພ້ອມທັງຮັບຮອງເອົາຮ່າງມະຕິກອງປະຊຸມຄົບຄະນະປະຈໍາປີ 2024 ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ຂ່າວ: ສອນສັກ ວັນວິໄຊ