ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 8 ສະໄໝ ທີ V ໃນວັນທີ 17 ທັນວາ 2024 ເປັນປະທານໂດຍ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍຫົວໜ້າກົມໃຫຍ່, ກອງບັນຊາການ, ວິທະຍາຄານເຂົ້າຮ່ວມ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 8 ສະໄໝ ທີ V ຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຕໍ່ວຽກງານສໍາຄັນ ດັ່ງນີ້: ກອງປະຊຸມພວກເຮົາ ຈະໄດ້ຮັບຟັງການສະຫຼຸບຕີລາຄາການນໍາພາ-ຊີ້ນໍາ ວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2024 ແລະ ວາງທິດທາງແຜນການວຽກງານຈຸດສຸມ ໃນຕໍ່ໜ້າ; ຮັບຟັງການລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2024; ຮັບຟັງການລາຍງານ ແຜນຄາດກະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ຕິດພັນກັບແຜນ ປ້ອງກັນ 3 ວັນດັ່ງກ່າວ ແລະ ແຜນປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ຮັບຟັງການລາຍງານ ການຈັດຕັ້ງປະຕິບັດໂຄງການໂອນຖ່າຍສໍາມະໂນຄົວ ເປັນເອກະສານຂໍ້ ມູນເອເລັກໂຕຼນິກ ແລະ ວຽກງານເກັບກູ້ອາວຸດເສິກ ປະຈຳປີ 2024; ບັນດາສະຫາຍຄະນະພັກກະຊວງ ທີ່ເປັນຫົວໜ້າກົມກອງ ປະກອບຄໍາເຫັນໃນຂົງເຂດຕົນນໍາ ພາ-ຊີ້ນໍາ; ຮັບຮອງເອົາມະຕິນໍາພາໃນຕໍ່ໜ້າ.
ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກ່າວຕື່ມວ່າ: ເນື້ອໃນຂອງກອງປະຊຸມ ລ້ວນແຕ່ເປັນບັນຫາສໍາຄັນ, ບັນດາຫົວຂໍຂໍ້ທີ່ນໍາມາປຶກສາຫາລື, ພິຈາລະນາ ແລະ ຈະໃຫ້ທິດຊີ້ນໍາໃນຄັ້ງນີ້ ມີທັງບັນຫາທີ່ເປັນວຽກປົກກະຕິ, ມີທັງການຕີລາຄາບັນຫາ ສະເພາະ ແລະ ບັນຫາທີ່ເປັນຍຸດທະສາດ; ບົນຈິດໃຈດັ່ງກ່າວນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາຕໍ່ການຄົ້ນຄວ້າເອກະສານຕ່າງໆໃຫ້ລະອຽດ, ເລິກເຊິ່ງ, ມີການວິເຄາະວິໄຈບັນຫາຢ່າງພາວະວິໄສ, ຮອບຄອບ ແລະ ຢືນຢູ່ບົນຈິດໃຈກ້າຄິດ, ກ້າສະເໜີບັນຫາຢ່າງກົງໄປກົງມາ ແລະ ສ້າງສັນ, ເສີມຂະຫຍາຍຫົວຄິດປະດິດສ້າງ ເຮັດໃຫ້ບັນຫາຕ່າງໆ ທີ່ນໍາມາປຶກສາຫາລືກັນ ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີ; ພາຍຫຼັງດໍາເນີນກອງປະຊຸມຄັ້ງນີ້ ຕ້ອງເຮັດໃຫ້ທຸກຂົງເຂດວຽກງານພາຍໃນກຳລັງປ້ອງກັນຄວາມສະຫງົບ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
ທີ່ມາ: ຄວາມສະຫງົບ




