ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄົມຄະນະບໍລິຫານງານພັກເມືອງຊຽງຮ່ອນ ແຂວງໄຊະຍບູລີ ຄັ້ງທີ 6 ສະໄໝທີ VII ຈັດຂື້ນລະຫວ່າງວັນທີ 27-28 ຕຸລາ 2021 ໂດຍການເປັນປະທານຂອງ ສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ ຫົວໜ້າອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງໄຊຍະບູລີ ມີສະຫາຍຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ເລຂາໜ່ວຍພັກ ສຳນັກງານຫ້ອງການ ກົມກອງ ອ້ອມຂ້າງເມືອງ ພະນັກງານອາວຸດໂສບຳນານ ແລະ ເລຂາໜ່ວຍພັກບ້ານເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ສະຫາຍ ແສງອາທິດ ລາວເບຍຢາທໍ່ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຊຽງຮ່ອນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນເສດຖະກິດ-ສັງຄົມໃນໄລຍະ 9 ເດືອນ ແລະ ກໍານົດທິດທາງແຜນການ 3 ເດືອນທ້າຍປີ 2021, ເຫັນວ່າໃນໄລຍະ9ເດືອນຜ່ານມາ ເຖິງແມ່ນວ່າໄດ້ຮັບຜົນກະທົບໂດຍກົງ ຈາກພະຍາດໂຄວິດ-19, ສັດຕູພືດທໍາລາຍຜົນລະປູກ, ໄພທໍາມະຊາດ, ການລະບາດຂອງພະຍາດສັດ ຊຶ່ງເປັນອຸປະສັກໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງການພັດທະນາເສດຖະກິດ-ສັງຄົມ ແຕ່ພາຍໃຕ້ການຊີ້ນຳ-ນຳພາຂອງອົງຄະນະພັກທຸກຂັ້ນໄດ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສະພາບໂດຍລວມຂອງເມືອງຍັງຮັກສາໄດ້ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ; ອົງການປົກຄອງທຸກຂັ້ນ ໄດ້ເອົາໃຈໃສ່ປຸກລະດົມ, ຊຸກຍູ້ສົ່ງ ເສີມການຜະລິດເປັນສີນຄ້າຂອງປະຊາຊົນ ແລະ ບັນດາຫົວໜ່ວຍທຸລະກິດດ້ານຕ່າງໆຢ່າງຕັ້ງໜ້າ, ພ້ອມດຽວກັນນັ້ນບັນດາພື້ນຖານໂຄງລ່າງດ້ານເສດຖະກິດກໍ່ໄດ້ຮັບການປັບປຸງເຮັດໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 3 % ລວມຍອດຜະລິດຕະພັນພາຍໃນບັນລຸ 594,5 ຕື້ກີບ ລາຍຮັບສະເລ່ຍໃສ່ຫົວຄົນເທົ່າກັບ 2.292 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ສາມາດຈັດເກັບລາຍຮັບໄດ້ທັງໝົດ 2.120 ລ້ານກີບ ລວມຍອດມູນຄ່າການລົງທຶນພາຍໃນເຂົ້າໃນການພັດທະນາມີທັງໝົດ 25 ໂຄງການ ລວມມູນຄ່າທັງໝົດ 57ຕື້ກວ່າກີບ ວຽກງານກະສິກຳໄດ້ສຸມໃສ່ເກັບກ່ຽວພືດລະດູຝົນ ແລະ ການກະກຽມການປູກພືດລະດູແລ້ງ ບັນດາປັດໃຈໃໝ່ກໍ່ໄດ້ເກີດຂື້ນ ເປັນຕົ້ນແມ່ນ ການຜະລິດຕິດພັນກັບການປຸງແຕ່ງ ແລະ ການນຳໃຊ້ເຕັກນິກໃໝ່ເຂົ້າໃນການຜະລິດ ນັບມື້ນັບເພື່ມຂື້ນ
ໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງນີ້ ສະຫາຍ ສົມຫວັງ ແກ້ວວິໄລສັກ ໄດ້ໂອລົມໃຫ້ຄຳຄິດຄຳເຫັນຕໍ່ກອງປະຊຸມ ໂດຍສະຫາຍເໜັ້ນໜັກໃຫ້ອົງຄະນະພັກເມືອງພ້ອມກັນສືບຕໍ່ການເຊື່ອມຊືມກໍາແໜ້ນແນວທາງ ມະຕິ ຄຳສັ່ງ ກົດລະບຽບ-ກົດໝາຍ ໃຫ້ສະມາຊິກພັກ ພະນັກງານ ແລະ ປະຊາຊົນໄດ້ຮັບການເຊື່ອມຊຶມຢ່າງທົ່ວເຖິງ, ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເຮັດໃຫ້ເມືອງມີຄວາມສະຫງົບເປັນກ້າວໆ, ສືບຕໍ່ຄຸ້ມຄອງວຽກງານເສດຖະກິດ ການເກັບລາຍຮັບເຂົ້າງົບປະມານ ເອົາໃຈໃສ່ການຜະລິດເປັນສິນຄ້າໃຫ້ນັບມື້ນັບຂະຫຍາຍຕົວ, ສືບຕໍ່ເອົາໃຈໃສ່ການສະກັດກັ້ນ ປ້ອງກັນການລະບາດຂອງພະຍາດໂຄວິດ- 19 ແລະ ສືບຕໍ່ເອົາໃຈໃສ່ໃນການ ກວດກາ ປະເມີນບັນດາຕົວຊີ້ວັດຂອງການພັດທະນາແບບຍືນຍົງ ໃນຂົງເຂດວຽກງານວັດທະນະທຳສັງຄົມວາງອອກ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
ໂດຍ: ດອນ ຂຽວພະນາ ຖວທ ເມືອງຊຽງຮ່ອນ.

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/8f986466eb41b665fa0f2c1b875bb894.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5373): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1260): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130