ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນໃນວັນທີ 24 ພະຈິກ 2025 ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ, ມີບັນດາສະຫາຍກໍາມະການສູນກາງພັກ, ເລຂາພັກແຂວງ, ກະຊວງ ແລະ ອົງການ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຕີລາຄາວ່າ ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ ແລະ ຄາດຄະເນໄດ້ຍາກ ຄືປັດຈຸບັນນີ້, ແຕ່ຄະນະບໍລິຫານງານສູນກາງພັກ ໄດ້ສຸມໃສ່ນຳພາ-ຊີ້ນຳ ຢ່າງເອົາຈິງເອົາຈັງໃນການແກ້ໄຂບັນຫາເຄັ່ງຮ້ອນຂອງປະເທດ, ໂດຍສະເພາະການແກ້ໄຂບັນດາປັດໄຈສ່ຽງ ທີ່ຈະສົ່ງຜົນກະທົບຕໍ່ສະພາບເງິນເຟີ້, ອັດຕາແລກປ່ຽນ,ລາຄາສິນຄ້າ, ພ້ອມນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ, ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສ້າງໄດ້ການຫັນປ່ຽນທີ່ຕັ້ງໜ້າ ແລະ ທ່ວງທ່າທີ່ດີໃຫ້ແກ່ການສືບຕໍ່ພັດທະນາປະເທດຊາດ ໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.

ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄລຍະທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ, ນະຄອນຫຼວງ ແລະ ແຂວງ; ການກະກຽມຄວາມພ້ອມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນຟົດຟື້ນ, ກວ້າງຂວາງເພື່ອຍູ້ຂະບວນການກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຢ່າງໜັກແໜ້ນ.

ກອງປະຊຸມ, ຈະໄດ້ພ້ອມກັນຄົ້ນຄວ້າ ເປິກສາຫາລື ເປັນເອກະພາບ ແລະ ຮັບຮອງເອົາບັນດາເນື້ອໃນເອກະສານສຳຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເປັນຕົ້ນແມ່ນ: ໂຄງການການເມືອງຂອງພັກ ສະບັບທີ 3, ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ກົດລະບຽບພັກສະບັບປັບປຸງ. ກອງປະຊຸມ ຍັງຈະໄດ້ພ້ອມກັນດໍາເນີນຊີວິດການເມືອງທ້າຍສະໄໝ ເພື່ອສໍາຫຼວດກວດກາການນຳພາລວມຂອງໝູ່ຄະນະ ແລະ ຄວາມຮັບຜິດຊອບການເມືອງຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກວ່າ: ບັນດາເນື້ອໃນດັ່ງກ່າວນັ້ນ ລ້ວນແຕ່ເປັນບັນຫາສໍາຄັນ ທີ່ມີລັກສະນະຍຸດທະສາດ ຂອງພັກເຮົາ ທີ່ຈະນຳເຂົ້າຜ່ານ ແລະ ຮັບຮອງ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໃນຕົ້ນປີ 2026 ຊຶ່ງຈະເປັນບ່ອນອີງ ແລະ ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການນໍາພາ-ຊີ້ນຳວຽກງານ ຂອງພັກ-ລັດ ໃນຊຸມປີຕໍ່ໜ້າ, ຜ່ານມາ ພວກເຮົາ ໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນມາຫຼາຍຄັ້ງແລ້ວ, ຈຶ່ງສະເໜີ ໃຫ້ບັນດາສະຫາຍສູນກາງພວກເຮົາ ຕ້ອງໄດ້ສຸມໃສ່ຄົ້ນຄວ້າ, ໃຫ້ຄໍາເຫັນ, ໃຫ້ທິດຕໍ່ແຕ່ລະວຽກຢ່າງເລິກເຊິ່ງຕື່ມອີກ, ພາວະວິໄສ ແລະ ເຈາະຈົງໃສ່ບັນຫາ ທີ່ຕັ້ງຂຶ້ນ, ບັນດາສະຫາຍຕ້ອງອອກຄໍາເຫັນໃຫ້ເລິກເຊິ່ງ ແລະ ຖືກຈຸດ ເພື່ອງ່າຍໃຫ້ແກ່ການສະຫຼຸບສັງລວມ,ງ່າຍໃຫ້ແກ່ການປັບປຸງເອກະສານ ແລະ ຖືກກັບຈຸດທີ່ຢາກໄດ້,ຢາກແກ້ໄຂແທ້ໆ ເພື່ອເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້ ໄດ້ຮັບຜົນສຳເລັດຕາມແຜນການວາງໄວ້. ກອງປະຊຸມດັ່ງກ່າວ, ຈະໄດ້ດໍາເນີນໄປເປັນເວລາ 4 ວັນຮອດວັນທີ 28 ພະຈິກ 2025 ຈຶ່ງຈະອັດລົງ.
ຂ່າວ:ຫສພ


