ຄະນະອະນຸກໍາມະການ, ແຂ່ງຂັນ, ຍ້ອງຍໍ, ໄດ້ຈັດກອງປະຊຸມຄົບຄະນະອະນຸກໍາມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ເພື່ອຕິດຕາມຄວາມຄືບໜ້າວຽກງານຂອງອະນຸກຳມະການ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອກະກຽມສະເຫຼີມສະຫຼອງວັນ ສ້າງຕັ້ງພັກ ຄົບ ຮອບ 70 ປີ ໃນວັນທີ 28 ກຸມພານີ້ ທີ່ສູນກາງແນວລາວສ້າງຊາດ, ພາຍໃຕ້ການເປັນປະທານ ຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຫົວໜ້າ ອະນຸກຳມະການຂະບວນການ, ແຂ່ງ ຂັນ ແລະ ຍ້ອງຍໍ ເພື່ອກຽມຄວາມພ້ອມໃນການສະເຫຼີມສະຫຼອງສາມວັນປະຫວັດສາດ ປີ 2025.
ສະຫາຍ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ວັນປະຫວັດ ສາດ ໃນໄລຍະຜ່ານມາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ວ່າ: ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນນາມຄະນະຮັບຜິດຊອບວຽກງານການສະແດງສິລະປະ-ວັນນະຄະດີ ແລະ ໂຄສະນາ, ພາຍຫຼັງໄດ້ປະຊຸມຮ່ວມກັບຄະນະອະນຸກໍາມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດ ປີ 2025 ໃນຫຼາຍຄັ້ງຜ່ານມາ; ມາຮອດປັດຈຸ ບັນນີ້ ໄດ້ມີການກະກຽມຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນມີໜ່ວຍງານສິລະປະການສະແດງ ໄດ້ສຳເລັດການຜ່ານລາຍການສະແດງຮັບໃຊ້ວັນສ້າງຕັ້ງພັກ ຄົບຮອບ 70 ປີ ຄັ້ງທີ1 ໃນວັນທີ 24 ກຸມພາ 2025 ທີ່ຫໍວັດທະນະທຳແຫ່ງຊາດ.
ມາຮອດປະຈຸບັນ ໄດ້ມີການກະກຽມຄວາມພ້ອມໃນດ້ານຕ່າງໆເພື່ອກະກຽມຜ່ານ ຄັ້ງທີ 2; ໜ່ວຍງານບົດປະພັນ-ວັນນະ ຄະດີ ໄດ້ຮິບໂຮມບົດປະພັນຂອງນັກຂຽນກິຕິມະສັກ, ຈັດທໍາ ແລະ ຈັດພິມເປັນເຫຼັ້ມເພື່ອໂຄສະນາເຜີຍແຜ່ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ມີຄວາມພ້ອມໃນການຈັດພິມປຶ້ມ ນັກປະພັນກິດຕິມະສັກແລ້ວ, ພວມກະກຽມຕົ້ນສະບັບ ເພື່ອເຂົ້າໂຮງພິມແຕ່ມີຄວາມ ຕ້ອງການອະນຸມັດງົບປະມານ. ໜ່ວຍງານການສາຍຮູບເງົາ ການສ້າງຜະລິດຮູບເງົາສາລະຄະດີເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດຊຶ່ງລາຍລະອຽດ ແມ່ນໄດ້ສ້າງຮູບເງົາສາລະຄະດີເລື່ອງ: “70 ປີພາຍໃຕ້ການນຳພາຂອງພັກ” ຄວາມຍາວ 68 ນາທີ, ໄດ້ສຳເລັດຂັ້ນພື້ນຖານ ຊຶ່ງໄດ້ກວດຜ່ານຂັ້ນວິຊາການແລ້ວໃນວັນທີ 17 ກຸມພາ 2025 ຫຼັງຈາກນັ້ນກໍ່ໄດ້ມີການປັບປຸງຕາມຄຳເຫັນຂອງວິຊາການແລ້ວໄດ້ກວດຜ່ານໃນວັນທີ 26 ກຸມພາ 2025.
ປັດຈຸບັນ ແມ່ນກຳລັງປັບປຸງຄືນຕາມຄຳເຫັນຂອງຄະນະຮັບຜິດຊອບ; ໜ່ວຍງານໂຄສະນາ ສຸມໃສ່ໂຄສະນາຄວາມເປັນມາການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກ, ມູນ ເຊື້ອ ແລະ ຜົນງານຂອງການຊີ້ນໍາ-ນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ; ວຽກອະນຸກໍາມະການເສດຖະກິດ ຕິດຕາມເອກະສານຂໍອະນຸມັດງົບປະມານນໍາອະນຸກໍາມະການເສດ ຖະກິດ (ກະຊວງການເງິນ) ແລະ ສັງລວມ ງົບປະມານເພີ່ມເຕີມຂອງວຽກງານສິລະປະການສະແດງ ແລະ ວຽກຂະບວນການ ຈະມີການຈັດກິດຈະກໍາການແຂ່ງຂັນກິລາບານເຕະ, ກິດຈະກໍາກວດພະຍາດແກ່ນຕາຂຸ້ນ ສໍາລັບພະນັກງານບໍານານ ໂດຍບໍ່ມີຄ່າໃຊ້ ຈ່າຍ, ຈັດກິດຈະກໍາການຍ່າງເພື່ອສຸຂະພາບ ໃນວັນທີ 18 ມີນາ 2025 (ກົງກັບມື້ວັນຄານ).
ຂ່າວ: ແສງຈັນ




