ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຊີ້ແຈງໂຄງການອາຫານທ່ຽງທີ່ເມືອງ ນາກາຍ

Oct 30, 2024

ວັນທີ 28 ຕຸລາ 2024, ສູນສົ່ງເສີມການຮຽນຮ່ວມ ກະຊວງ ສຶກສາທິການ ແລະ ກິລາ ຮ່ວມກັບເມືອງນາກາຍ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ຊີ້ແຈງໂຄງການອາຫານທ່ຽງ ທີ່ສະໂມສອນຫຼັງໃໝ່ເມືອງນາກາຍ ໂດຍການເປັນປະທານຮ່ວມ ຂອງ ທ່ານ ສຸລິອຸດົງ ສູນດາຣາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ຈຸດປະສົງເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດໂຄງ ການອາຫານທ່ຽງງໃນໄລຍະຜ່ານມາຕີລາຄາໃຫ້ເຫັນໄດ້ເຖີງດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງເພື່ອພ້ອມກັນປັງປຸງ ແລະ ແກ້ໄຂໃນຕໍ່ໜ້າເພື່ອໃຫ້ນັກຮຽນໃນໂຮງຮຽນໄດ້ຮັບສານອາຫານໃຫ້ພຽງພໍກັບ 5 ໝູ່ເພື່ອເຮັດໃຫ້ມີການຈະເລີນເຕີບໂຕທາງດ້ານຮ່າງກາຍ ແລະ ສະຕິປັນຍາ ພ້ອມທັງຜ່ານທີດທາງແຜນການທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າຕື່ມອີກ
ກອງປະຊຸມໄດ້ຟັງການນໍາສະເໜີ ພາບລວມຂອງໂຄງການ ແລະ ແຜນກິດຈະກໍາລະອຽດ ທີ່ກະຊວງສຶກສາທິການ ແລະ ກິລາຮັບຜິດຊອບ ແລະ ອື່ນໆອີກຫລາຍຢ່າງທີ່ກ່ຽວຂ້ອງ ເຊີ່ງໃນທົ່ວເມືອງມີໂຮງຮຽນເປົ້າໝາຍທີ່ຈະໄດ້ຮັບທືນໂຄງການອາຫານທ່ຽງທັງໝົດ 16 ແຫ່ງ, ແລະ ຜ່ານຂໍ້ຕົກລົງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2877/ສສກ, ລົງວັນທີ 22 ມີຖຸນາ 2023.
ພາຍຫຼັງສໍາເລັດກອງປະຊຸມ, ທີມງານພ້ອມຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງຮຽນ ແລະ ສະຖານທີ່ຈັດກິດຈະກຳອາຫານທ່ຽງ 2 ໂຮຽນ ຄື: ໂຮງຮຽນປະຖົມສົມບູນບ້ານໜອງບົວຄໍາ ແລະ ໂຮງຮຽນປະຖົມສົມບູນ ບ້ານ ນາກາຍ ໂດຍໂຄງການດັ່ງກ່າວນີ້ແມ່ນພາຍໃຕ້ທຶນສະໜັບສະໜູນຈາກ ບໍລິສັດໄຟຟ້ານໍ້າເທີນ 2 ໂດຍຜ່ານມູນນິທິການສຶກສາເພື່ອການພັດທະນາ.
ຂ່າວ: ຄຳໄໝ ວົງສາຄອນ