ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຊຸກຍູ້ຕິດຕາມ ແລະ ການປະເມີນໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳ ເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ

May 26, 2025

ກອງປະຊຸມຊຸກຍູ້ຕິດຕາມ ແລະ ການປະເມີນໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳ ເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແຂວງຈໍາປາສັກ ຂອງຄະນະຜູ້ແທນຈາກ ເອດີບີ ຈັດຂຶ້ນໃນວັນທີ 23 ພຶດສະພາ 2025 ຢູ່ທີ
ສູນຮ່ວມມືລາວ-ຈີນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລະພົນ ກໍມະນີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ມີຄະນະປະສານງານໂຄງການຂັ້ນສູນກາງ,ຄະນະຜູ້ແທນຈາກທະນາຄານພັດທະນາອາຊີ, ຊ່ຽວຊານໂຄງການສາກົນ ແລະ ຝ່າຍລາວ, ຜູ້ປະສານງານຂັ້ນແຂວງ, ເມືອງປາກຊ່ອງ ແລະ ສຸຂຸມາ ເຂົ້າຮ່ວມ.
ທ່ານ ສຸລະພົນ ກໍມະນີ ໃຫ້ກຽດກ່າວເປີດກອງປະຊຸມ ໃນນາມຕາງໜ້າ ຄະນະຊີ້ນຳໂຄງການຂັ້ນແຂວງກໍຄືພະແນກກະສິກຳ ແລະ ປ່າໄມ້ແຂວງ ທັງເປັນປະທານກອງປະຊຸມ, ຮູ້ສືກດີໃຈ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຈາກທະນາຄານພັດ ທະນາອາຊີ ແລະ ບັນດາທ່ານທັງໝົດໃນທີ່ນີ້, ຈາກການຕິດຕາມການຈັດຕັ້ງເຄື່ອນໄຫວຂອງວຽກງານໂຄງການ, ການມາຢ້ຽມຢາມຄັ້ງນີ້ນັບເປັນຄັ້ງທີ III ທີ່ແຂວງຈຳປາສັກ ໄດ້ເປັນກຽດຕອນຮັບບັນທ່ານທັງຫຼາຍ ແລະ ບັນດາທ່ານໄດ້ລົງຢ້ຽມຢາມພື້ນທີ່ທຳການຜະລິດຂອງ 3 ກຸ່ມເປົ້າໝາຍໂຄງການຢູ່ເມືອງປາກຊ່ອງ ເປັນຕົ້ນການກໍ່ສ້າງເສັ້ນທາງໜອງນໍ້າ ແລະ ການຄຸ້ມຄອງກອງທືນທີ່ໂຄງການມອບໃຫ້ເປັນທຶນໝູນວຽນ, ຈາກການຕິດຕາມ ແລະ ຮັບການລາຍງານຈາກຄະນະຮັບຜິດຊອບໂຄງການຂັ້ນແຂວງ ຂ້າພະເຈົ້າຕີລາຄາວ່າ ກິດຈະກຳກໍ່ສ້າງພື້ນຖານໂຄງລ່າງມີຄວາມຄືບໜ້າໄດ້ຫຼາຍພໍສົມຄວນ ດັ່ງທີ່ບັນດາທ່ານໄດ້ລົງຢ້ຽມຢາມຕົວຈິງ.
ໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໄດ້​ຮັບ​ທຶນ​ຊ່ວຍ​ເຫຼື​ອຈາກ​ທະນາຄານ​ພັດທະນາ​ອາຊີ ​​ເພື່ອມາ​ຊ່ວຍ​ສະໜັບສະ​ໜູນ​ການຈັດ​ຕັ້ງ​ປະຕິບັດ ​​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ກະສິກຳ​ ແລະ ປ່າ​ໄມ້ ຂອງ​ລັດຖະບານ​ ແລະ ຊຸກຍູ້ເປັນແຜນງານຫລັກຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການພັດທະນາລະບົບຕ່ອງໂສ້ການຜະລິດສ້າງມູນຄ່າເພີ້ມ ແລະ ປັບປຸງເຕັກນິກການຜະລິດ ແລະ ອື່ນໆນັບແຕ່ຕົ້ນນໍ້າຈົນຮອດປາຍນໍ້າໄດ້ມາປະຊຸມຮ່ວມກັນ ເພື່ອຮັບຟັງການລາຍງານຄວາມຄຶບໜ້າຜົນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃນໄລຍະ 3-4 ເດືອນຜ່ານ ແລະ ແຜນການ ຈັດຕັ້ງປະຕິບັດຂອງໂຄງການໃນຕໍ່ໜ້າ.
ພ້ອມນີ້ກອງປະຊຸມຍັງໄດ້ຮັບຟັງຜູ້ຕາງໜ້າ ເອດີບີ ສະເໜີກ່ຽວກັບຈຸດປະສົງ ແລະ ການແນະນໍາທີມງານ, ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄງການໃນໄລຍະ 3 ເດືອນຕົ້ນປີ 2025 ແລະ ແຜນການ 3 ເດືອນທ້າຍປີ 2025 ຈາກທ່ານ ເພັດສະໝອນ ຄໍາພູມີ ຜູ້ປະສານງານໂຄງການແຂວງຈໍາປາສັກ.
ກອງປະຊຸມໄດ້ພ້ອມກັນປືກສາຫາລື ແລະ ສົນທະນາແລກປ່ຽນ ບັນຫາທີ່ຄົງຄ້າງ ໂດຍອີງໃສ່ບົດບັນທຶກການປະເມີນໄລຍະກາງຂອງຄະນະຜູ້ແທນຈາກທະນາຄານພັດທະນາອາຊີ ໃນປີ 2024 ທີ່ຜ່ານມາ ເພື່ອແນໃສ່ການຈັດຕັ້ງປະຕິບັດໄປໃນລວງດຽວກັນ ອີກດ້ວຍ.
ຂ່າວ: ແສງສະເດັດ