ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ ຂອງຄະນະບໍລິຫານງານ ສສຍລ ຊຸດທີ VIII

Aug 12, 2025

ກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຊຸດທີ VIII ໄດ້ເປີດຂຶ້ນໃນວັນທີ 11 ສິງຫານີ້, ທີ່ສູນຝຶກອົບຮົມແມ່ຍິງລາວ ໂດຍການເປັນປະທານຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນຂອງທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ຊີ້ນໍາກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ອາລີ ວົງໜໍ່ບຸນທໍາ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຕີລາຄາໝາກຜົນຂອງການນໍາພາລວມຂອງຄະນະບໍລິຫານງານສສຍລສະໄໝທີ VIII, ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງ, ການນໍາພາ-ຊີ້ນໍາປະຕິບັດພາລະບົດບາດ, ສິດ, ໜ້າທີ່ວຽກງານຂອງຄະນະບໍລິຫານງານທຸກສະຫາຍ ກໍຄືຄະນະບໍລິ ຫານງານ ສສຍລ ເພື່ອໄຈ້ແຍກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີອັນດີ, ອັນອ່ອນໃນ 5 ປີຜ່ານມາ; ໂດຍສະເພາະນັບແຕ່ກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 4 ຫາທ້າຍສໄໝ, ພ້ອມທັງຖອດຖອນບົດຮຽນໃນການເຄື່ອນ ໄຫວນໍາພາ-ຊີ້ນໍາວຽກງານຂອງລວມໝູ່ ແລະ ຂອງບຸກຄົນໃນຄະນະບໍລິຫານງານ ສສຍລ ແນໃສ່ຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາ ຂອງຄະນະບໍລິຫານງານ ສສຍລ ໃຫ້ເຂັ້ມແຂງ, ໜັກແໜ້ນໃນຖານະເປັນຕົວແທນໃຫ້ສະມາຊິກແມ່ຍິງ, ແມ່ຍິງລາວບັນດາ ເຜົ່າໃນການພັດທະນາ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີສະມາຊິກແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າເຂົ້າໃນການຮັກສາ ແລະ ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ເປັນກໍາລັງແຮງສໍາຄັນ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ; ການດໍາເນີນຊີວິດການເມືອງ ໃນຄັ້ງນີ້ຈະເປັນພື້ນຖານ ແລະ ປັດໃຈໃໝ່ໃຫ້ການຈັດຕັ້ງສະຫະພັນແມ່ຍິງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ແລະ ສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າໃນການຈັດຕັ້ງ, ເຄື່ອນໄຫວທາງດ້ານເນື້ອໃນ ແລະ ແບບແຜນການນໍາພາວຽກງານສະຫະພັນແມ່ຍິງໃນຕໍ່ໜ້າ, ບົນພື້ນຖານຄວາມສາມັກຄີເປັນເອກະພາບ, ມີຄວາມເປັນເຈົ້າການຕັ້ງໜ້າບຸກບືນເຮັດແທ້ທຳຈິງ, ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ແກ້ໄຂບັນຫາຈຸດອ່ອນ, ຂໍ້ຄົງຄ້າງຕ່າງໆ ທີ່ພົວພັນກັບຊີວິດການເຄື່ອນໄຫວຂອງແມ່ຍິງຢູ່ຂະແໜງການ ແລະ ທ້ອງຖິ່ນຂອງຕົນ.
May be an image of 1 person, newsroom, dais and text May be an image of 10 people, dais and text
ກອງປະຊຸມຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງ ແລະ ປະກອບຄໍເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານ ສສຍລ ສະໄໝທີ VIII, ຜ່ານບົດສໍາຫຼວດຂອງຄະນະບໍລິຫານງານ ສສຍລ ທີ່ເປັນປະທານ ສສຍລ ສະໄໝທີ VIII ແລະ ບົດສໍາຫຼວດບຸກຄົນຂອງຄະນະບໍລິຫານງານ ສສຍລ ທີ່ເປັນຂັ້ນກົມຂອງ ສສຍລ, ຫຼັງຈາກນັ້ນ, ຄະ ນະບໍລິຫານງານ ສສຍລ ສະໄໝທີ VIII ຍັງຈະໄດ້ດໍາເນີນຊີວິດການເມືອງພາຍໃນ, ຜ່ານບົດສໍາຫຼວດບຸກ ຄົນໃນຄະນະບໍລິຫານງານ ເພື່ອເຫັນໄດ້ຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງ ໃນການນໍາພາ-ຊີ້ນໍາວຽກງານຕົວຈິງໃນຂອບເຂດຄວາມຮັບຜິດຊອບ.
ໂອກາດນີ້, ທ່ານນາງ ສີໃສ ລືເດດມູນສອນ ໄດ້ມີຄໍາເຫັນພ້ອມທັງເນັ້ນໃຫ້ແຕ່ລະສະຫາຍໃນຄະນະບໍລິຫານງານ ສສຍລ, ດ້ານການເມືອງ-ແນວຄິດ, ທັດສະນະຫຼັກໝັ້ນຊົນຊັ້ນ, ຄວາມເປັນແບບຢ່າງນໍາໜ້າ, ການຕ້ານບັນດາພຶດຕິກຳ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ດ້ານຄຸນສົມບັດສິນທຳປະຕິວັດ ແລະ ການດຳລົງຊີວິດ, ການນຳພາປະຕິບັດພາລະບົດບາດ, ຄວາມເຊື່ອໝັ້ນໄວ້ວາງໃຈຈາກສະມາຊິກສະຫະພັນແມ່ຍິງ ຕ້ອງສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຜົນສໍາເລັດ; ພ້ອມທັງບົດຮຽນຖອດຖອນໄດ້ ແລະ ວິທີແກ້ໄຂຈຸດອ່ອນໃນຕໍ່ໜ້າ ເພື່ອເປັນສິ່ງຢັ້ງຢືນເຖິງຜົນງານການນໍາພາ-ຊີ້ນໍາ ທີ່ບັນດາສະຫາຍຄະນະບໍລິຫານງານຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ ເພື່ອປັບປຸງບົດສໍາຫຼວດຂອງຕົນເອງໃຫ້ສົມບູນ ແລະ ເປັນເອກະພາບ.
ຂ່າວ: ສສຍລ