ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດ ການໂຄສະນາເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ

Sep 12, 2024

ກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດ ການໂຄສະນາເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີບັນດາຮອງປະທານສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຈະເລີນ ເຍຍປາວເຮີ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການບາງຕອນທ່ານກ່າວວ່າ: ການໂຄສະນາ ເຜີຍແຜ່ ລັດຖະທຳມະນູນ ແລະ ກົດໝາຍ ແມ່ນວຽກງານສຳຄັນອັນໜຶ່ງໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຊຶ່ງນັບແຕ່ໄດ້ສະຖາປະນາ ສປປ ລາວ ເປັນຕົ້ນມາ ລັດເຮົາໄດ້ປະກາດໃຊ້ລັດຖະທຳມະນູນ ແລະ ຜັນຂະຫຍາຍອອກມາເປັນກົດໝາຍ ຈຳນວນຫຼາຍກວ່າ 169 ສະບັບ ແລະ ນິຕິກຳໃຕ້ກົດໝາຍເປັນຈຳນວນຫຼວງຫຼາຍ ແຕ່ເຫັນວ່າ ວຽກງານການໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ, ກວ້າງຂວາງ, ທົ່ວເຖິງທຸກເປົ້າໝາຍ ແລະ ເລິກເຊິ່ງ, ປະກົດການຫຍໍ້ທໍ້ລະເມີດກົດໝາຍ ມີລັກສະນະແຜ່ຫຼາຍໃນສັງຄົມ ແລະ ອີກປະການໜຶ່ງ ລັດເຮົາຍັງບໍ່ທັນໄດ້ສະຫຼຸບຕີລາຄາທົ່ວປະເທດຕໍ່ວຽກງານດັ່ງກ່າວ. ສະນັ້ນ ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້ອອກຄຳແນະນຳ ສະບັບເລກທີ 01/ຄປຈ, ລົງວັນທີ 3 ມັງກອນ 2024 ວ່າດ້ວຍການສະຫຼຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍ ເພື່ອໃຫ້ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຕໍ່ວຽກງານການໂຄສະນາ ເຜີຍແຜ່ ລັດຖະທຳມະນູນ ແລະ ກົດໝາຍ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈ ແລະ ສາມາດເຂົ້າເຖິງກົດໝາຍຫຼາຍຂຶ້ນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຕິດຕາມກວດກາຕໍ່ວຽກງານດັ່ງກ່າວ ດ້ວຍການຮັບຟັງການລາຍງານຂອງຂະ
ແໜງການ ແລະ ອົງການກ່ຽວຂ້ອງ ພ້ອມທັງປຶກສາຫາລືແລກປ່ຽນຄວາມເຫັນກ່ຽວກັບວຽກງານການໂຄສະນາ ເຜີຍແຜ່ ລັດຖະທຳມະນູນ ແລະ ກົດໝາຍ ທີ່ໄດ້ປະກາດໃຊ້ໄປແລ້ວນັ້ນ ເພື່ອໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ດ້ານຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີດ້ານດີ, ດ້ານອ່ອນ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ແນ່ໃສ່ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດ ເຮັດໃຫ້ທົ່ວສັງຄົມມີສະຕິເຄົາລົບປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ສູງຂຶ້ນ. ຈາກນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນຂຶ້ນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ກອງປະຊຸມດັ່ງກ່າວໄດ້ຮັບຜົນດີຂຶ້ນກວ່າເກົ່າ.
ຂ່າວ+ພາບ: ຄໍາໝັ້ນ