ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024.

Dec 24, 2024

ກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024.
ກອງປະຊຸມດັ່ງກ່າວ ເປີດຂື້ນຕອນບ່າຍ ວັນທີ 23 ທັນວາ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຂົ້າຮ່ວມມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າອະນຸກໍາມະການ, ສະມາຄົມ ແລະ ພາທຸລະກິດທ່ອງທ່ຽວ ທີ່ກ່ຽວຂ້ອງ, ບັນດາທ່ານຈາກພະແນກ ຖວທ ນະຄອນຫຼວງ ແລະ ແຂວງ ໃນຂອບເຂດທົ່ວປະເທດທີ່ເຂົ້າຮ່ວມກອງປະຊຸມທາງອອນລາຍ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ :
ລັດຖະບານໄດ້ຕົກລົງອະນຸມັດໃຫ້ຈັດປີທ່ອງທ່ຽວລາວ 2024 ຊຶ່ງພິທີເປີດປີທ່ອງທ່ຽວລາວ 2024 ໄດ້ຈັດຂື້ນໃນວັນທີ 23 ພະຈິກ 2023 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ປະກອບມີ 79 ກິດຈະກໍາ, ໃນນີ້ມີ 14 ກິດຈະກໍາ ລະດັບຊາດ ແລະ 65 ກິດຈະກໍາ ລະດັບທ້ອງຖິ່ນ. ເຊິ່ງຖືວ່າເປັນເຫດການສຳຄັນຢ່າງຍິ່ງໃນໂຄສະນາ, ສົ່ງເສີມ ແລະ ພັດທະນາວຽກງານທ່ອງທ່ຽວຂອງພວກເຮົາໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວລາວເຮົາໃຫ້ຫຼາຍຂຶ້ນຕື່ມ.
ເພື່ອຖອດຖອນບົດຮຽນ ແລະ ຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ບັນຫາອື່ນໆ ທີ່ປີ່ນອ້ອມ ເພື່ອໃຫ້ໄດ້ຮັບຮູ້ຂໍ້ມູນ-ຂ່າວສານຮ່ວມກັນ, ພ້ອມກັນຈັດຕັ້ງປະຕິບັດ ແລະ ດຳເນີນການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນຢູ່ໃນຂະແໜງການທ່ອງທ່ຽວ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານທ່ອງທ່ຽວຂອງລາວເຮົາມີບາດກ້າວທີ່ດີ, ສ້າງຊື່ສຽງໃຫ້ແກ່ປະເທດຊາດ ລວມທັງການຈັດປີທ່ອງທ່ຽວລາວໃນຄັ້ງຕໍ່ໄປ.
ນອກນີ້, ໃນວາລະກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ສະພາບບັນຫາການຄຸ້ມຄອງວຽກງານທ່ອງທ່ຽວໃນໄລຍະເປີດປີທ່ອງທ່ຽວລາວ 2024, ນະໂຍບາຍວີຊ່າເພື່ອສົ່ງເສີມການທ່ອງທ່ຽວ ແລະ ພ້ອມກັນນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າຕີລາຄາ ແລະ ປະກອບຄຳເຫັນ ເພື່ອນໍາສະເໜີຕໍ່ກອງປະຊຸມເປີດກວ້າງຂອງລັດຖະບານ.