ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍຫານງານ ສູນກາງສະຫະພັນກຳມະບານລາວ ໄດ້ເຂົ້າຮ່ວມກອງປະຊຸມທາບທາມຄຳເຫັນ ໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025 ໃນວັນທີ 16 ມັງກອນ 2025 ຢູ່ທີ່ ໂຮງແຮມ ຮໍລິເດອິນ ນະຄອນຫຼວງວຽງຈັນ, ເປັນກຽດກ່າວເປີດກອງປະຊຸມຂອງທ່ານ
ສຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ, ມີຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ, ມີບັນດາທ່ານການນຳຈາກທຸກກະຊວງ, ອົງການອ້ອມຂ້າງສູນກາງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ກຳມະການຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ສະເໜີບົດອະທິບາຍການປັບປຸງຮ່າງລັດຖະທຳມະນູນ ເພື່ອໃຫ້ບັນດາທ່ານຜູ້ເຂົ້າຮ່ວມປະກອບຄຳເຫັນ ເຂົ້າໃສ່ເນື້ອໃນຮ່າງລັດຖະທຳມະນູນ ສະບັບປັບປຸງ ທີ່ຄະນະກຳມະການລະດັບຊາດ ໄດ້ນຳມາທາບທາມຄຳເຫັນໃນຄັ້ງນີ້ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຮ່າງລັດຖະທຳມະນູນກາຍເປັນສະບັບສົມບູນ; ເພື່ອເປັນການເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້ ເຂົ້າໃຈ ທີ່ຖືກຕ້ອງ ຕໍ່ຮ່າງລັດຖະທຳມະນູນ ສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ໃນທົ່ວສັງຄົມ ໃຫ້ດີກວ່າເກົ່າ, ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ; ເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນ ສ້າງຜົນງານຂໍ່ານັບຮັບຕ້ອນການດຳເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນສາມວັນປະຫວັດສາດທີ່ສຳຄັນຂອງຊາດ ໃນປີ 2025.






