ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ V (ຮອບທີ 2).

Aug 11, 2025

ໃນຕອນເຊົ້າຂອງວັນທີ 09 ສິງຫາ 2025 ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະ ໄໝທີ V (ຮອບທີ 2) ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງ, ຂອງກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ, ເຂົ້າຮ່ວມທັງໝົດ 226 ສະຫາຍ, ຍິງ 77 ສະຫາຍ.
May be an image of dais and text May be an image of 7 people and text
ໃນກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປເປັນເວລາ 01 ວັນເຕັມ ໂດຍໄດ້ປະຕິບັດຕາມວາລະ ຄື: ຄາບເຊົ້າ ກອງປະຊຸມໄດ້ສຸມໃສ່ການປະກອບຄໍາເຫັນຕໍ່ບັນດາເອກະສານ ເຊັ່ນ: ເອກະສານທີໜຶ່ງ ແມ່ນ ຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການ 2025-2030 ໂດຍແມ່ນ ສະຫາຍ ໄມທອງ ທໍາມະວົງສາ, ກໍາມະການປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ຂຶ້ນຜ່ານ; ເອກະສານທີສອງ ແມ່ນ ຮ່າງແຜນພັດທະນາກະຊວງການຕ່າງປະເທດ 2025-2030, ໂດຍແມ່ນ ສະຫາຍ ພົງສະຫວັນ ສີສຸລາດ, ກໍາມະການປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຜູ້ຂຶ້ນຜ່ານ ແລະ ເອກະສານທີສາມ ແມ່ນ ຮ່າງບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານພັກ ຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍແມ່ນ ສະຫາຍ ນ. ໄກມະນີ ອໍລະບູນ, ກໍາມະການຄະນະພັກກະຊວງ, ຮອງປະທານກວດກາ, ຫົວໜ້າກົມກວດກາ ເປັນຜູ້ຂຶ້ນຜ່ານ.
ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ພ້ອມການປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ບັນດາເອກະສານດັ່ງກ່າວ ພ້ອມທັງໄດ້ຍົກໃຫ້ເຫັນ ເຖິງການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ IV ຜ່ານມາ ກໍ່ຄືການປະຕິບັດບັນດາແຜນງານໂຄງການຕ່າງໆ ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ເຊິ່ງຈະຕ້ອງໄດ້ຖອດຖອນບົດຮຽນ ແລະ ນໍາໄປປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
May be an image of 3 people, dais and text May be an image of 10 people, temple and text
ສ່ວນວາລະທີ່ 2 ແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນດຽວກັນ ເຊີ່ງກ່ອນຈະດໍາເນີນການທາບທາມ, ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳອັນມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ກອງປະຊຸມ ໂດຍ ສະຫາຍໄດ້ເນັ້ນຢໍ້າຕໍ່ບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຢູ່ໃນ ຂະແໜງການຕ່າງປະເທດ ໃນອີກ 5 ປີຕໍ່ໜ້າໃຫ້ມີຜົນສໍາເລັດຍິ່ງຂຶ້ນໄປເລື້ອຍໆ.
ຫຼັງຈາກນັ້ນ, ກອງປະຊຸມກໍ່ໄດ້ຜ່ານບັນດາເອກະສານສໍາຄັນຕ່າງໆ ເຊັ່ນ: ມາດຕະຖານ, ເງື່ອນໄຂ ເພື່ອຄັດເລືອກເອົາຜູ້ສະໝັກເຂົ້າໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກ, ເລຂາ, ຮອງເລຂາພັກ, ປະທານ ແລະ ຮອງປະທານກວດກາພັກ ກະຊວງການຕ່າງປະເທດສະໄໝທີ V; ຄໍາສັ່ງ ເລກທີ 173/ຄລສພ, ລົງວັນທີ 05 ກໍລະກົດ 2024 ວ່າດ້ວຍ ການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ. ທັງນີ້ກໍ່ເພື່ອເຮັດໃຫ້ກອງປະຊຸມທາບທາມຮອບທີ 2 ໃນຄັ້ງນີ້ ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ເພື່ອຮັບປະກັນການຄັດເລືອກເອົາຄະນະພັກຊຸດໃໝ່ທີ່ມີເງື່ອນໄຂຄົບຖ້ວນ ເປັນຕົ້ນແມ່ນ: ດ້ານຄຸນທາດການເມືອງ; ດ້ານຄຸນສົມບັດ ສິນທໍາປະຕິວັດ ແລະ ແບບແຜນ ດໍາລົງຊີວິດ; ດ້ານຄວາມຮູ້-ຄວາມສາມາດ; ດ້ານແບບ ແຜນການນຳພາ, ວິທີເຮັດວຽກ ແລະ ດ້ານສຸຂະພາບ ເປັນສິງສໍາຄັນ. ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ດໍາເນີນການປ່ອນບັດທາບທາມເອົາຜູ້ເເທນຂອງຕົນເພື່ອອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ເເລະ ຂັ້ນຕ່າງໆ ສະໄໝທີ V. ສ່ວນການທາບທາມຮອບ 3 ແມ່ນຄາດວ່າຈະໃຫ້ສໍາເລັດພາຍໃນເດືອນ ສິງຫາ ປີ 2025 ນີ້.
ຂ່າວ : ກະຊວງການຕ່າງປະເທດ