ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມທາບທາມຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ຢູ່ແຂວງເຊກອງ

Jan 24, 2025

ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ) ໄດ້ຈັດກອງປະຊຸມທາບທາມຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ຂຶ້ນໃນລະຫວ່າງວັນທີ 21-22 ມັງກອນຜ່ານມາ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງເຊກອງ ໂດຍການເປັນປະທານຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ຄະນະກຳມະການປັບປຸງລັດຖະທຳມະນູນລະດັບຊາດ ທັງເປັນຮອງຫົວໜ້າອະນຸກຳມະ ການໂຄສະນາ, ເປັນກຽດເຂົ້າຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ກຳ ມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງ 3 ແຂວງ: ສາລະວັນ, ເຊກອງ ແລະ ອັດຕະປືເຂົ້າຮ່ວມ.
ໃນວາລະກອງປະຊຸມ, ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທໍາມະນູນຈາກທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດເພື່ອໃຫ້ຄະນະກຳມະການປັບປຸງລັດຖະທຳມະນູນລະດັບຊາດ ນຳເອົາຄຳຄິດຄໍາເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງລັດຖະທຳມະນູນໃຫ້ເປັນສະບັບສົມບູນເພື່ອນໍາສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນທ້າຍເດືອນມີນານີ້.
ກອງປະຊຸມຄັ້ງນີ້, ເພື່ອເຮັດໃຫ້ຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການ ການເມືອງຂອງພັກສະບັບທີ 3 ແລະ ລາຍງານການ ເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເພື່ອເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້-ເຂົ້າໃຈທີ່ຖືກຕ້ອງກ່ຽວກັບຮ່າງລັດຖະທຳມະນູນສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນໃນທົ່ວສັງຄົມໃຫ້ດີຂຶ້ນກວ່າເກົ່າ ທັງເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນ ສ້າງຜົນງານຂໍ່ານັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂໍ່ານັບຮັບຕ້ອນສາມວັນປະຫວັດສາດທີ່ສໍາຄັນຂອງຊາດໃນປີ 2025.
ຂ່າວ: ສນຊ