ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມທາບທາມ ຮ່າງກົດໝາຍ ວ່າດ້ວຍການປູກຝັງປະຈຳພາກໃຕ້

Feb 6, 2025

ກອງປະຊຸມ ທາບທາມຮ່າງກົດໝາຍກະສິກຳ ຫລື ກົດໝາຍປູກຝັງ ປະຈຳພາກໃຕ້ (ແຂວງສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື;) ເພື່ອກໍານົດຄືນ ກ່ຽວກັບ ໂຄງປະກອບ-ເນື້ອໃນ ຂອງຮ່າງກົດໝາຍກະສິກຳ ຫລື ກົດໝາຍປູກຝັງລວມທັງ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ພັດທະນາ ວຽກງານປູກຝັງ ໃຫ້ເປັນລະບົບຄົບຊຸດ ຮັບປະກັນການປູກຝັງ ໃຫ້ມີຄວາມຍືນຍົງ, ຮັບປະກັນສະບຽງອາຫານໃຫ້ພຽງພໍ, ສະອາດ, ປອດໄພຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ຜູ້ຜະລິດ ແນໃສ່ສ້າງເງື່ອນໄຂໃຫ້ແກ່ການຜະລິດເປັນສິນຄ້າ, ການຫັນເປັນອຸດສາຫະກໍາປຸງແຕ່ງກະສິກໍາ ທີ່ທັນສະໄໝ ຕາມທິດສະອາດ, ສີຂຽວ ແລະ ຍືນຍົງ. ສະນັ້ນໃນລະຫວ່າງວັນທີ 06-07 ກຸມພາ 2025 ທີ່ໂຮງແຮມຈໍາປາສັກແກຣນ, ແຂວງ ຈໍາປາສັກ ໄດ້ມີກອງປະຊຸມທາບທາມ ຮ່າງກົດໝາຍ ວ່າດ້ວຍການປູກຝັງ ປະຈໍາພາກໃຕ້ຂຶ້ນ ໂດຍການເປັນປະທານຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ເຂົ້າຮ່ວມມີ ປະທານ, ຮອງປະທານສະມາຊິກສະພາ ປະຈໍາເຂດເລືອກຕັ້ງຈາກ ແຂວງສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື; ຫົວໜ້າ-ຮອງຫົວໜ້າກົມ ຈາກສູນກາງ; ຫົວໜ້າຮອງຫົວໜ້າ ພະແນກ ກະສິກຳ ແລະ ປ່າໄມ້ ແລະ ບັນດາທ່ານຜູ້ຕາງໜ້າພະແນກການ ຈາກ 5 ແຂວງ ເຂົ້າຮ່ວມ.
ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ: ໃນໄລຍະຜ່ານມາກົດໝາຍວ່າດ້ວຍກະສິກຳ ເປັນກົດໝາຍ ສະບັບທໍາອິດ ທີ່ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ນຳໃຊ້ມາແຕ່ປີ 1998 ຊຶ່ງມາຮອດປັດຈຸບັນ ແມ່ນຜ່ານມາແລ້ວ 26 ປີ, ໃນການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າກົດໝາຍດັ່ງກ່າວ ໄດ້ເປັນເຄື່ອງມືມະຫາພາກທີ່ສຳຄັນ ໃນການຄຸ້ມຄອງວຽກງານຕ່າງໆ ຕາມພາລະບົດບາດ ເປັນຕົ້ນແມ່ນວຽກງານການປູກຝັງ, ການລ້ຽງສັດ, ຊົນລະປະທານ, ປັດໄຈການຜະລິດ, ເຄື່ອງມື-ກົນຈັກ, ການປຸງແຕ່ງກະສິກຳ ລວມທັງການປົກປັກຮັກສາສິ່ງແວດລ້ອມ. ພ້ອມດຽວກັນນັ້ນ, ຍັງເປັນພື້ນຖານທາງດ້ານນິຕິກຳ ໃນການຜັນຂະຫຍາຍເປັນກົດໝາຍສະເພາະ ຊຶ່ງໄລຍະຜ່ານມາກະຊວງກະສິກໍາ ແລະ ປ່າໄມ້ ກໍ່ໄດ້ຜັນຂະຫຍາຍມາເປັນກົດໝາຍສະເພາະຫຼາຍສະບັບ ເປັນຕົ້ນ ກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ, ກົດໝາຍລ້ຽງສັດ ແລະ ສັດຕະວະແພດ, ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ ແລະ ຍັງມີນິຕິກຳລຸ່ມກົດໝາຍອີກຫຼາຍສະບັບ ສະນັ້ນ ຈຶ່ງເຫັນໄດ້ວ່າ ຄວນມີການປັບປຸງເພື່ອຮັບໃຊ້ວຽກງານໃນຕໍ່ໜ້າ. ໂອກາດນີ້, ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ຂຶ້ນລາຍງານໃຫ້ຮູ້ກ່ຽວກັບຄວາມເປັນມາຄວາມຈໍາເປັນແລະເຫດຜົນໃນການຮ່າງກົດໝາຍ ວ່າດ້ວຍການປູກຝັງ ລວມທັງ ຜ່ານຮ່າງກົດໝາຍ ການປູກຝັງ ຊື່ງປະກອບມີທັງໝົດ 10 ພາກ, 9 ໝວດ 104 ມາດຕາ. ໃນກອງປະຊຸມຄັ້ງນີ້ແມ່ນໄດ້ເປີດກວ້າງໃຫ້ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນແລກປ່ຽນ ແລະ ປະກອບຄໍາຄິດຄໍາເຫັນ ເປັນຕົ້ນແມ່ນ ຊື່ຂອງ ຮ່າງກົດໝາຍ, ດ້ານໂຄງປະກອບ, ເນື້ອໃນ, ດ້ານນະໂຍບາຍ ແລະ ຂໍ້ສະເຫນີຕ່າງໆ ເພື່ອເຮັດໃຫ້ຮ່າງກົດໝາຍ ສະບັບດັ່ງກ່າວນີ້ ມີເນື້ອໃນທີ່ຄົບຖ້ວນສົມບູນ ແລະ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.
ທີ່ມາ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ