ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ອາເມຣິກາ

Nov 21, 2024

ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ອາເມຣິກາ
ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ອາເມຣິກາ​ ໄດ້ຈັດຂື້ນໃນວັນທີ​ 20​ ພະຈິກນີ້,​ ໂດຍການເປັນປະທານຂອງທ່ານ​ ພົນເອກ​ ຈັນສະໝອນ​ ຈັນຍາລາດ​ຮອງນາຍົກລັດຖະມົນຕີ,​ລັດຖະມົນຕີກະຊວງປ້ອງກັນປະເທດ​ແຫ່ງ​ ສປປລາວ, ມີທ່ານ​ ຣອຍ​ ອອດສະຕິນ​ ລັດຖະມົນຕີ​ກະຊວງ​ປ້ອງ ກັນ​ປະເທດ​ແຫ່ງ​ ສ​ ອາເມຣິກາ,​ມີ ບັນດາລັດຖະມົນຕີກະຊວງ ປ້ອງກັນປະເທດອາຊຽນ ແລະ​ ຕີມໍເລດສະເຕ ເຂົ້າຮ່ວມ.
ໃນກອງປະຊຸມສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ສະຫະລັດອາເມລິກາ ຕະຫລອດໄລຍະ ຜ່ານມາ ທີ່ໄດ້ ຮັບການເສີມຂະຫຍາຍ ກວມເອົາການຮ່ວມມືດ້ານການເມືອງ -ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ອັນໄດ້ສະທ້ອນໃຫ້ເຫັນໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ ແລະ ທ່າແຮງຂອງການຮ່ວມມືກັນ ໃນອະນາຄົດ ເພື່ອສືບຕໍ່ປະ ກອບສ່ວນເຂົ້າໃນຂະບວນ ການສ້າງປະຊາຄົມອາຊຽນ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື.
ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ສປປ ລາວ ໄດ້ຊຸກຍູ້ໃຫ້ ສະຫະລັດອາເມລິກາ ສືບສະໜັບສະໜູນ ອາຊຽນໃນຂົງເຂດທີ່ສໍາຄັນ ເປັນຕົ້ນ ການຄ້າ-ການລົງທຶນ, ສາທະລະນະສຸກ, ພະລັງ ງານສະອາດ, ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການແລກປ່ຽນດ້ານການສຶກສາ ແລະ ວັດທະນາທໍາ, ການສະ ໜອງທຶນຝຶກອົບຮົມໃນໄລຍະສັ້ນ, ໄລຍະຍາວ ແລະ ການສົ່ງເສີມໂຄງການດ້ານການທະນາດ້ານສີມືແຮງງານ ໃນຂະແໜງການເຕັກໂນໂລຊີທີ່ທັນສະໄໝ, ດ້ານນະວັດຕະກໍາ ກໍຄື ປັນຍາປະດິດ ແລະ ດ້ານອື່ນໆ.
ຂ່າວ: ເດດອາລຸນ