ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປະຈໍາປີ ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ

Nov 26, 2024

ກອງປະຊຸມປະຈໍາປີ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນ ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2024 ນີ້. ຢູ່ທີ່ໂຮງແຮມ ກາເດັນ ນະຄອນຫຼວງພະນົມ ເປັນ ຣາຊະອານາຈັກກຳປູເຈຍ ໂດຍການເປັນປະທານຮ່ວມຝ່າຍກຳປູເຈຍນຳໂດຍ ທ່ານ ພົນເອກ ເຕຍ ໄສຫາ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາ ຈັກກຳປູເຈຍ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມ ນໍາໂດຍທ່ານ ພົນເອກ ຟາມ ວັນຢາງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ຫວຽດນາມ ມີຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນ ປະເທດ ທັງສາມຝ່າຍເຂົ້າຮ່ວມ.
ທ່ານ ພົນເອກ ເຕຍ ໄສຫາ ໄດ້ກ່າວເປີດກອງປະຊຸມ ພ້ອມທັງລາຍງານຜົນສຳເລັດການຈັດຕັ້ງປະບັດແຜນການຮ່ວມມືໃນໄລ ຍະຜ່ານມາ ເຊິ່ງສະແດງໃຫ້ເຫັນຄວາມສໍາຄັນ ການຮັດແໜ້ນຄວາມສາມັກຄີ ລະຫວ່າງ ສາມກອງທັບ ກໍ່ຄືປະຊາຊົນ ສາມຊາດກຳປູເຈຍ-ລາວ-ຫວຽດນາມ ແລະ ເປັນປະເທດຖານບ້ານໃກ້ເຮືອນຄຽງທີ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທຸກສະຖານະການ, ເຄົາລົບຮັກແພງຊ່ວຍເຫຼືອຮ່ວມມືກັນຢ່າງມີຜົນສໍາເລັດຕະຫຼອດມາ.
ກອງປະຊຸມຍັງໄດ້ຕີລາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສາມກອງທັບໃນໄລຍະຜ່ານມາ, ພ້ອມທັງເຫັນດີສືບຕໍ່ຈັດຕັ້ງກອງປະຊຸມ ສາມລັດຖະມົນຕີ ກຳປູເຈຍ-ລາວ-ຫວຽດນາມ ໂດຍຜັດປ່ຽນກັນເປັນເຈົ້າພາບ ຢ່າງເປັນປົກກະຕິ, ແລກປ່ຽນທັດສະ ນະບັນຫາສະພາບການຂອງໂລກ ແລະ ພາກພື້ນ ທີ່ມີຜົນກະທົບຕໍ່ຄວາມໝັ້ນຄົນຂອງສາມຊາດ. ສືບຕໍ່ຍົກສູງຂີດຄວາມສາມາດໃຫ້ກຳລັງໃນການກອບກູ້ໄພພິບັດທີ່ອາດຈະເກີດຂຶ້ນເພື່ອໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສາມກອງທັບໃຫ້ເປັນປົກ ກະຕິ.
ສືບຕໍ່ປະຕິບັດຂໍ້ລິເລີ່ມລາດຕະເວນຮ່ວມສາມກອງທັບທີ່ມີຊາຍແດນເຊື່ອມຈອດ ເພື່ອສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາດສະຍາກຳຂ້າມຊາດ, ການຄ້າມະນຸດ ແລະ ກໍລະນີອື່ນໆທີ່ຜິດກົດໝາຍ. ສືບຕໍ່ປົກປັກຮັກສາບູລະນະຫຼັກໝາຍຊາຍແດນ ແລະ ຊຸກຍູ້ການຮ່ວມມື່ອື່ນໆ ທີ່ຍັງຄົງຄ້າງ ແລະ ພ້ອມ ກັນສືຕໍ່ກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງຮ່າງເສັ້ນ ທາງເຂົ້າຫາຊາຍແດນ ແລະ ລຽບຕາມຊາຍແດນ ກຳປູເຈຍ-ລາວ -ຫວຽດນາມ ໃຫ້ມີການພັດທະນາໃນການໄປມາຫາສູ່ກັນໃຫ້ສະ ດວກຂື້ນ.
ໃນໂອກາດດຽວກັນ ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ-ລາວ-ຫວຽດນາມ ໄດ້ພ້ອມກັນລົງນາມເຊັນບົດບັນ ທຶກຮ່ວມກັນ ຕໍ່ແຜນການຮ່ວມມື ກອງທັບ ກຳປູເຈຍ-ລາວ- ຫວຽດນາມ ໃນຕໍ່ໜ້າຕື່ມອີກ.
ທີ່ມາ: ໜັງສືພິມກອງທັບ