ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປະສານງານຍຸດທະສາດປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ຄັ້ງທີ 24 ຂອງຈຸດປະສານງານແຫ່ງຊາດ ໃນວຽກງານຫຼຸດຜ່ອນຄວາມສ່ຽງທາງດ້ານເຄມີ, ຊີວະພາບ, ກໍາມັນຕະພາບລັງສີ ແລະ ນິວເຄຼຍ, 28-30 ເມສາ 2025

Apr 28, 2025

ກອງປະຊຸມປະສານງານຍຸດທະສາດປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ຄັ້ງທີ 24 ຂອງຈຸດປະສານງານແຫ່ງຊາດ ໃນວຽກງານຫຼຸດຜ່ອນຄວາມສ່ຽງທາງດ້ານເຄມີ, ຊີວະພາບ, ກໍາມັນຕະພາບລັງສີ ແລະ ນິວເຄຼຍ, 28-30 ເມສາ 2025
ໃນວັນທີ 28 ເມສາ 2025, ທີ່ ໂຮງແຮມ Double Tree by Hilton, ນະຄອນຫຼວງວຽງຈັນ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກ່າວເປີດໃນກອງປະຊຸມປະສານງານຍຸດທະສາດປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ຄັ້ງທີ 24 ຂອງຈຸດປະສານງານແຫ່ງຊາດໃນວຽກງານຫຼຸດຜ່ອນຄວາມສ່ຽງທາງດ້ານເຄມີ, ຊີວະພາບ, ກໍາມັນຕະພາບລັງສີ ແລະ ນິວເຄຼຍ ຮ່ວມກັບ ທ່ານ ທ່ານ ມາກ ກາແລເກີ (Mark Gallagher), ເອກອັກຄະລັດຖະທູດຂອງສະຫະພາບເອີຣົບ ປະຈໍາ ນະຄອນຫຼວງວຽງຈັນ ແລະ ທ່ານ ທ່ານ ເບີນາໂດ ຟໍຮີດສ໌ ຈູເນຍ (Bernardo Florece Jr), ຫົວໜ້າກອງເລຂາປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ (Head of Secretariat for Southeast Asia) ທີ່ໄດ້ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ ໂດຍມີຜູ້ເຂົ້້າຮ່ວມທັງໝົດ 50 ທ່ານ ທີ່ເປັນຈຸດປະສານງານແຫ່ງຊາດຈາກປະເທດສະມາຊິກອາຊຽນ, ຊ່ຽວຊານອົງການ ສປຊ (UNICRI), ບັນດາຊ່ຽວຊານຈາກສະຫະພາບເອີຣົບ ແລະ ບັນດາຜູ້ເຂົ້າຮ່ວມຈາກຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານ ເຄມີ, ຊີວະພາບ, ກໍາມັນຕະພາບລັງສີ ແລະ ນິວເຄຼຍ (CBRN) ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຈາກຜູ້ປະສານງານປະຈໍາພາກພື້ນ ແລະ ຮັບຟັງການລາຍງານຈາກຈຸດປະສານງານຂອງປະເທດສະມາຊິກອາຊຽນໃນຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກໍາmີ່ເປັນບຸລິມະສິດຂອງປະເທດຕົນ ທີ່ໄດ້ຮັບການຊ່ວຍເຫຼືຶອຈາກໂຄງການເຄມີ, ຊີວະພາບ, ກໍາມັນຕະພາບລັງສີ ແລະ ນິວເຄຼຍ ພາຍໃຕ້ສູນດີເລີດຂອງສະຫະພາບເອີຣົບ (EU CBRN CoE). ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນຄໍາຄິດເຫັນ ແລະ ປຶກສາຫາລືຮ່ວມກັນ ກ່ຽວກັບ ຂອບການຮ່ວມມືລະຫວ່າງ ປະເທດຄູ່ຮ່ວມງານ ແລະ ສະຫະພາບເອີຣົບ ໃນກິດຈະກໍາທີ່ເປັນບຸລິມະສິດຂອງພາກພື້ນທີ່ຕິດພັນກັບວຽກງານດັ່ງກ່າວ ແລະ ລວມທັງຄວາມເປັນໄປໄດ້ໃນອານາຄົດທີ່ຈະສ້າງແຜນງານແຫ່ງຊາດຂອງພາກພື້ນວ່າດ້ວຍຫຼຸດຜ່ອນຄວາມສ່ຽງທາງດ້ານເຄມີ, ຊີວະພາບ, ກໍາມັນຕະພາບລັງສີ ແລະ ນິວເຄຼຍ.
ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າປະເທດ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນໃນການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ ແລະ EU CBRN CoE ນັບແຕ່ປີ 2010 ເປັນຕົ້ນມາ ທີ່ມີຈຸດປະສົງເພື່ອສະໜັບສະໜູນປະເທດຄູ່ຮ່ວມງານໃນພາກພື້ນ ໃນການສ້າງຄວາມເຂັ້ມແຂງໃນການຫຼຸດຜ່ອນຄວາມສ່ຽງຈາກ CBRN, ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນໃນວຽກງານດັ່ງກ່າວ ແລະ ການສົ່ງເສີມການສະ ໜັບສະໜູນການພັດທະນາແຜນງານແຫ່ງຊາດໃນການຫຼຸດຜ່ອນຄວາມສ່ຽງທາງດ້ານເຄມີ, ຊີວະພາບ, ກໍາມັນຕະພາບລັງສີ ແລະ ນິວເຄຼຍ ເພື່ອສົ່ງເສີມຄວາມປອດໄພ ແລະ ຄວາມໝັ້ນຄົງໃນພາກພື້ນ. ດັ່ງນັ້ນ, ມັນຈື່ງມີຄວາມຈໍາເປັນ ແລະ ສໍາຄັນທີ່ປະເທດຄູ່ຮ່ວມງານ ແລະ EU CBRN CoE ຈະຕ້ອງໄດ້ມີການຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ຕອບໂຕ້ກັບເຫດສຸກເສີນຈາກ CBRN ທີ່ອາດຈະເກີດຂື້ນໂດຍເຈດຕະນາ, ໂດຍບັງເອີນ ຫຼື ຈາກໄພທໍາມະຊາດ.