ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປັນຍາສື່ມວນຊົນສ້າງຄວາມສາມາດຮ່ວມກັນກ້າວເດີນໄປໄກ

Nov 21, 2025

ກອງປະຊຸມປັນຍາສື່ມວນຊົນສ້າງຄວາມສາມາດຮ່ວມກັນກ້າວເດີນໄປໄກ ຈັດຂຶ້ນຢູ່ນະຄອນຫນານໜິງຂອງຈີນ ໃນວັນທີ 20 ພະຈິກ 2025, ມີຄະນະຜູ້ແທນສື່ມວນຊົນຈາກນະຄອນໜານໜິງຂອງຈີນ, ລາວ, ຫວຽດນາມ, ມຽນມາ, ກຳປູເຈຍ ແລະ ໄທ ເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຂຶ້ນກ່າວຄຳເຫັນວ່າ:
ກອງປະຊຸມ “ປັນຍາສື່ມວນຊົນສ້າງຄວາມສາມາດຮ່ວມໃຈກ້າວເດີນໄປໄກ” ມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ວຽກງານສື່ມວນຊົນຂອງລາວ ໂດຍສະເພາະ ວິທະຍຸກະຈາຍສຽງແຫ່ງຊາດລາວ. ກິດຈະກຳຄັ້ງນີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງຈິດໃຈແຫ່ງການຮ່ວມມືເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງ ສາຍພົວພັນອັນແໜ້ນແຟ້ນທາງດ້ານວັດທະນະທຳ ລະຫວ່າງປະຊາຊົນປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີມາແຕ່ດົນນານ.
May be an image of one or more people, dais and text
ໃນຍຸກດິຈິຕອນທີ່ເຕັມໄປດ້ວຍການປ່ຽນແປງຢ່າງວ່ອງໄວນີ້, ບົດບາດຂອງສື່ມວນຊົນໄດ້ຫັນປ່ຽນຢ່າງເລິກເຊິ່ງ. ສື່ມວນຊົນບໍ່ພຽງແຕ່ເປັນຜູ້ລາຍງານຂ່າວເທົ່ານັ້ນ, ຍັງໄດ້ກາຍເປັນ “ຂົວຕໍ່” ທີ່ສຳຄັນໃນການເຊື່ອມໂຍງວັດທະນະທຳ, ສ້າງຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ຈີນ ແລະ ບັນດາປະເທດລຸ່ມແມ່ນໍ້າຂອງ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ເຊື່ອມຕໍ່ກັນດ້ວຍພູຜາ ແລະ ສາຍນ້ຳອັນດຽວກັນ. ດັ່ງນັ້ນ, ສື່ມວນຊົນຂອງພວກເຮົາຈຶ່ງມີໜ້າທີ່ອັນສຳຄັນໃນການ ສ້າງຂົວຕໍ່ແຫ່ງມິດຕະພາບ ເພື່ອໃຫ້ປະຊາຊົນຂອງພວກເຮົາໄດ້ເຂົ້າໃຈ, ຮຽນຮູ້, ແລະ ແລກປ່ຽນກັນຫຼາຍຂຶ້ນ. ພວກເຮົາຕ້ອງຮ່ວມກັນນຳສະເໜີ ເລື່ອງລາວທີ່ສ້າງສັນ, ເລື່ອງລາວແຫ່ງການຮ່ວມມື ແລະ ເລື່ອງລາວການພັດທະນາ ເພື່ອສ້າງຄູ່ “ຮ່ວມສາຍຄາດຽວກັນ” ທີ່ໝັ້ນຄົງ, ເຂັ້ມແຂງ, ແລະ ຍືນຍົງ.
ໃນຖານະເປັນສະມາຊິກໜຶ່ງໃນຄອບຄົວປະເທດລຸ່ມແມ່ນໍ້າຂອງ, ປະເທດລາວ ພ້ອມແລ້ວທີ່ຈະສົ່ງເສີມການຮ່ວມມືດ້ານສື່ມວນຊົນກັບຈີນ ແລະ ປະເທດອື່ນໆໃນພາກພື້ນ ໃຫ້ກ້າວເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ. ກອງປະຊຸມຄັ້ງນີ້ ແມ່ນເປັນເວທີສຳຄັນທີ່ສຸດໃຫ້ພວກເຮົາໄດ້ “ບັນລຸແນວຄິດໃໝ່ ແລະ ສຳຫຼວດເສັ້ນທາງໃໝ່” ເພື່ອຍົກລະດັບການຮ່ວມມືດ້ານສື່ມວນຊົນໃຫ້ກ້າວໄປຂ້າງໜ້າອີກຂັ້ນໜຶ່ງຢ່າງມີປະສິດທິຜົນ.
ນອກຈາກນີ້, ຄະນະຜູ້ແທນລາວຍັງໄດ້ເຂົ້າຮ່ວມຮັບຟັງການບັນລະຍາຍ ການຜະລິດສື່ແບບໃໝ່ໂດຍນຳໃຊ້ AI ເຂົ້າມາມີສ່ວນຮ່ວມ ແນໃສ່ສ້າງຄວາມສົນໃຈ ແລະ ໃຫ້ມີຜູ້ຕິດຕາມເຂົ້າຊົມເປັນຈຳນວນຫຼວງຫຼາຍໃນປະເທດຈີນ.