ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປັບປຸງດຳລັດວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ

May 16, 2025

ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມປັບປຸງ ດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ໃນລະຫວ່າງວັນທີ 14-15 ພຶດສະພານີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີອົງການສາກົນເພື່ອການເຄື່ອນຍ້າຍ (IOM), ຄະນະຮັບຜິດຊອບປັບປຸງດໍາລັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການຜັນຂະຫຍາຍກົດໝາຍວ່າດ້ວຍການຈັດຫາງານສະບັບເລກທີ 37/ສພຊ, ລົງວັນທີ 17 ກໍລະກົດ 2023, ເນື່ອງຈາກສະພາບການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ໂດຍສະເພາະແມ່ນພາກທີ II ກ່ຽວກັບການຈັດຫາງານ ໝວດທີ 2 ການຈັດຫາງານໄປຕ່າງປະເທດ ແລະ ມາດຕາທີ່ກ່ຽວຂ້ອງກັບການຈັດຫາງານໄປຕ່າງປະເທດ ທີ່ຕິດພັນກັບບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ຊຶ່ງເຫັນວ່າມີຫຼາຍມາດຕາຈະຕ້ອງໄດ້ປັບປຸງໃຫ້ສອດຄ່ອງ ເຂົ້າກັບກົດໝາຍວ່າດ້ວຍການຈັດຫາງານ, ກົດໝາຍອື່ນໆ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອໃຫ້ແທດເໝາະກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ.
ທີ່ມາ: ຂ່າວສານຮສສ