ພາຍໃຕ້ການເປັນປະທານອາຊຽນ ປີ 2024 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ. ໃນນີ້ ຂະແໜງການເງິນ ແລະ ການທະນາຄານ ກໍ່ຄື ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ລະດັບໜ່ວຍງານກະກຽມເນື້ອໃນໃຫ້ແກ່ກອງປະຊຸມ ລະດັບຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ ASEAN Finance and Central Bank Deputies’ Working Group Meeting and related meetings (AFCDM-WG), ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ນອກຈາກກອງປະຊຸມ AFCDM-WG ແລ້ວ ຍັງປະກອບມີກິດຈະກໍາປິ່ນອ້ອມ (Sideline Events) ຊຶ່ງໃນວັນທີ 21 ກຸມພາຜ່ານມານີ້ ກໍ່ໄດ້ຈັດກອງປະຊຸມປຶກສາຫລື ວຽກງານເພື່ອສ້າງຕັ້ງເວທີຄັງເງິນອາຊຽນ (ASEAN Treasury Forum or ATF) ໂດຍການເປັນປະທານຂອງທ່ານ ນາງ ໂຍກີ ລາມາຍັນຕີ ຫົວໜ້າກົມນະໂຍບາຍການເງິນ, ກະຊວງການເງິນອິນໂດເນເຊຍ ແລະ ພ້ອມການເປັນປະທານຮ່ວມ ຂອງ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ, ກະຊວງການເງິນ ສປປ ລາວ ແລະ ມີບັນດາຄະນະຜູ້ແທນຈາກບັນດາ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ ທັງໝົດຈໍານວນ 37 ທ່ານ.
ກອງປະຊຸມ ATF ໄດ້ດໍາເນີນເປັນເວລາເຄິງວັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ບັນລຸໝາກຜົນຢ່າງຈົບງາມຕາມຈຸດປະສົງຄາດໝາຍໄວ້. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຮັບການຊົມເຊີຍ ຈາກບັນດາປະເທດສະຊິກອາຊຽນ ໃນການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນລະບຽບຮຽບຮ້ອຍ ໂດຍສະເພາະການປະກອບສ່ວນປຶກສາຫາລືຕໍ່ບັນຫາຕ່າງໆຢ່າງກົງໄປກົງມາ ເພື່ອສືບຕໍ່ການຮ່ວມມື ໃນສ້າງຕັ້ງ ແລະ ສາມາດສະເໜີຮັບຮອງສ້າງຕັ້ງ ATF ໃນກອງປະຊຸມ ຮອງລັດຖະມົນຕີ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ ໃນເດືອນ ເມສາ 2024 ທີຈະໄດ້ຈັດຂື້ນທີ່ ນະຄອນຫຼວງພະບາງ.






