ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາລືດ້ານນະໂຍບາຍ ພາຍໃຕ້ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2024

Dec 13, 2024

ໃນວັນທີ 12-13 ທັນວາ 2024, ສປປ ລາວ ແລະ ສ. ອາເມ ລິກາ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມປຶກສາຫາລືດ້ານນະ ໂຍບາຍ ພາຍໃຕ້ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິ ກາ 2024 (2024 Mekong-U.S. Partnership Policy Dialogue) ທີ່ ນະຄອນຫຼວງວຽງຈັນ, ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແລະ ທ່ານ ນ. ແຮັດເຕີ ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດ ສ.ອາເມລິກາ ປະຈຳ ສປປ ລາວ ແລະ ມີບັນດາຄະນະຜູ້ແທນຈາກບັນດາປະ ເທດສະມາຊິກແມ່ນໍ້າຂອງ ກໍ່ຄື ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສ. ອາເມລິກາ ເຂົ້າຮ່ວມທັງໝົດ ຈຳນວນ 60 ທ່ານ.
ຈຸດປະສົງຂອງກອງປະຊຸມ ເພື່ອທົບທວນຄືນໝາກຜົນຂອງຂອບການຮ່ວມມືໃນໄລຍະຜ່ານມາ ພາຍໃຕ້ແຜນປະຕິບັດງານຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2024-2026 (Mekong- U.S. Partnership Plan of Action 2024-2026) ກ່ຽວກັບ ບັນດານະໂຍບາຍ ແລະ ແຜນງານ ທີ່ເປັນຂົງເຂດບູລິມະສິດຂອງຂອບການຮ່ວມມື ເພື່ອກະກຽມລາຍງານຜົນການປຶກ ສາຫາລື ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສພາຍໃຕ້ຂອບການ ຮ່ວມມືດັ່ງກ່າວ. ກອງປະຊຸມຄັ້ງນີ້ ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນປິ່ນອ້ອມ 4 ຫົວຂໍ້ ຄື: 1). ການເຊື່ອມໂຍງທາງດ້ານເສດຖະກິດ; 2). ການພັດທະນາຊັບພະຍາກອນ ມະນຸດ; 3). ການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນນ້ຳ ແລະ ການນຳໃຊ້ນ້ຳແບບຍືນຍົງ ແລະ 4). ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ.
ນອກຈາກນີ້, ໃນກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າຂອງຂອບການຮ່ວມມື ໂດຍສະເພາະ ບັນດາແຜນງານ, ການຈັດກອງປະຊຸມສຳມະນາ ແລະ ກິດຈະກຳຕ່າງໆ ທີ່ຈະຈັດຂຶ້ນໃນປີ 2025 ແລະ ບັນດາຂໍ້ສະເໜີຈາກປະ ເທດສະມາຊິກແມ່ນໍ້າຂອງ ເພື່ອເປັນຈຸດສຸມໃນການຈັດຕັ້ງປະຕິ ບັດຕາມແຜນປະຕິບັດງານຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2024-2026. ພ້ອມກັນນັ້ນ, ໃນວັນທີ 12 ທັນວາ 2024, ຄະນະຜູ້ແທນດັ່ງກ່າວ ຍັງໄດ້ໄປທັດສະນະສຶກສາ ທີ່ ໜອງຄຳແສນ ແລະ ຢ້ຽມຢາມໂຄງການ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນຕື່ມອີກ.