ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄັ້ງທີ 6
ໃນຕອນເຊົ້າຂອງວັນທີ 27 ມີນາ 2025, ທີ່ ກະຊວງການ ຕ່າງປະເທດ, ນະຄອນຫຼວງເຊອູນ, ສາທາລະນະລັດ ເກົາຫຼີ, ໄດ້ມີ ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6 ລະ ຫວ່າງ ສປປ ລາວ ແລະ ສ. ເກົາຫຼີ, ໂດຍການເປັນ ປະທານຮ່ວມຂອງ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ບຽວ ວອນ (Mr. Chung Byung-won), ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສ. ເກົາຫຼີ, ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສ. ເກົາຫຼີ.

ໃນໂອກາດນີ້, ທ່ານ ພົງສະຫວັນ ສີສຸລາດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະ ອໍານວຍຄວາມສະດວກທຸກປະການ ໃນໂອກາດເດີນທາງມາ ຢ້ຽມຢາມ ສ. ເກົາຫຼີ ແລະ ເປັນປະທານຮ່ວມໃນກອງປະຊຸມຄັ້ງນີ້, ເຊິ່ງຖືເປັນໂອກາດອັນດີທີ່ສອງຝ່າຍໄດ້ປຶກສາຫາລືກັນ ໃນການເພີ່ມທະວີຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນກວ່າເກົ່າ, ໂດຍສະເພາະໃນໄລຍະທີ່ສອງປະເທດກຳລັງສະເຫຼີມສະ ຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ໃນປີ 2025 ເຊິ່ງເປັນການຢືນຢັນຄືນເຖິງຄວາມມຸ້ງຫມັ້ນຂອງສອງປະເທດ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ສປປ ລາວ – ສ. ເກົາຫຼີ ໃຫ້ໄດ້ຮັບການພັດທະນາ ແລະ ກ້າວຂຶ້ນສູ່ລະດັບໃໝ່ທີ່ສູງຂຶ້ນກວ່າເກົ່າ.
ໃນກອງປະຊຸມ, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ຕະຫຼອດໄລຍະ 3 ທົດສະວັດ ທີ່ຜ່ານມາ, ເຊິ່ງໄດ້ສ້າງ ຂຶ້ນບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ມີຄວາມເຊື່ອຫມັ້ນ, ສະ
ຫນັບສະຫນູນ ແລະ ແລກປ່ຽນທັດສະນະເຊິ່ງກັນແລະກັນ ຢ່າງສະເໝີຕົ້ນສະເໝີປາຍ ຢູ່ໃນເວທີພາກພື້ນ ແລະ ສາກົນ; ການນໍາຂັ້ນສູງຂອງສອງປະເທດ ກໍ່ໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະກັນ ຢ່າງເປັນປົກກະຕິມາໂດຍຕະຫຼອດ ແລະ ມີທ່າອ່ຽງເພີ່ມ ຂຶ້ນ, ລວມເຖິງການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ກໍ່ເຊັ່ນດຽວກັນ.
ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສຸງການຮ່ວມມືດ້ານເສດຖະກິດ ທີ່ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ການ ຜ່ອນຄາຍຂອງການລະບາດຂອງພະຍາດໂຄວິດ-19, ເຊິ່ງສະແດງ ອອກປີ 2024, ການລົງທຶນຂອງ ສ. ເກົາຫລີ ຢູ່ ສປປ ລາວ ມີຈໍານວນ 271 ໂຄງການ ມີມູນຄ່າການລົງທຶນ ປະມານ 759 ກວ່າ ລ້ານ ໂດລາສະຫະລັດ ແລະ ຈັດຢູ່ໃນອັນດັບ 5 ຂອງການລົງທຶນຂອງຕ່າງປະເທດ ຢູ່ ສປປ ລາວ, ເຊິ່ງແມ່ນການລົງທຶນໃນຂະ ແໜງພະລັງງານໄຟຟ້າ, ການກໍ່ສ້າງ, ການບໍລິການ, ກະສິກໍາ, ອຸດ ສາຫະກໍາ, ຫັດຖະກໍາ, ໂຮງແຮມ, ຮ້ານອາຫານ, ທະນາຄານ, ບໍ່ແຮ່, ການຄ້າ, ການສຶກສາ, ອຸດສາຫະກໍາໄມ້, ຕັດຫຍິບ ແລະ ອື່ນໆ.
ສອງຝ່າຍ ໄດ້ປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະ ນຸດ, ການພັດທະນາພື້ນຖານໂຄງລ່າງ, ການຮ່ວມມືດ້ານການພັດ ທະນາ, ການປ່ຽນແປງດິນຟ້າອາກາດ, ວັດທະນະທໍາ-ສັງຄົມ, ແຮງງານ, ກົງສູນ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການພົວພັນຮ່ວມມືໃນຂອບ ອາຊຽນ-ສ.ເກົາຫຼີ, ແມ່ນ້ໍາຂອງ-ສ.ເກົາຫຼີ, ອົງການສະຫະປະຊາຊາດ (ສປຊ) ແລະ ການຮ່ວມມືໃນບັນດາອົງການຈັດຕັ້ງສາກົນໃນຂອບອື່ນໆ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ກ່ຽວກັບ ສະພາບການພົ້ນເດັ່ນໃນ ພາກພື້ນ ແລະ ສາກົນ.
ໂອກາດດຽວກັນນີ້, ທ່ານ ພົງສະຫວັນ ສີສຸລາດ ໄດ້ຕີລາຄາສູງ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຊ່ວຍ ເຫຼຶອ ແລະ ສະຫນັບສະຫນູນອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ສ. ເກົາ ຫຼີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານ ມາ, ໂດຍຜ່ານໂຄງການຊ່ວຍ ເຫຼືອທາງການເພື່ອການພັດທະນາ (ODA) ແລະ ໂຄງການກູ້ຢືມຈາກກອງທຶນຮ່ວມມືດ້ານການພັດທະນາເສດຖະກິດ ສ. ເກົາຫຼີ (EDCF), ເຊິ່ງໄດ້ສຸມໃສ່ຂະແຫນງການທີ່ເປັນບູລິມະສິດຂອງ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາຂະແຫນງສາທາລະນະ ສຸກ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ແລະ ອື່ນໆ. ພິເສດ, ກໍແມ່ນການຮ່ວມມື, ຊ່ວຍເຫຼືອ ແລະ ສະຫນັບສະຫນູນຂອງ ສ. ເກົາຫຼີ ແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສໍາເລັດອັນງົບງາມ.
ໃນດ້ານແຮງງານ, ທ່ານ ພົງສະຫວັນ ສີສຸລາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ທີ່ ຝ່າຍ ສ. ເກົາຫຼີ ໄດ້ເພີ່ມໂຄຕ້າແຮງງານລາວ (Skilled Workers) ເດີນທາງໄປເຮັດວຽກ ທີ່ ສ. ເກົາຫຼຼີ ໃນສົກປີ 2024-2025 ຜ່ານມາ, ເຊິ່ງໃນປະຈຸບັນ ມີແຮງງານລາວປະມານ 8,000 ກວ່າ ຄົນ ກໍາລັງເຮັດວຽກ ຢູ່ ສ. ເກົາຫຼີ ໂດຍຜ່ານລະບົບການຈ້າງງານ (EPS) ແລະ ການເຮັດວຽກຕາມລະດູ ການ (SWP) ອັນເປັນການສ້າງກາລະໂອກາດທີ່ດີໃຫ້ແຮງງານລາວສາມາດສ້າງລາຍໄດ້ເພີ່ມຂຶ້ນ ແລະ ພັດທະນາທັກສະສີມືແຮງງານໃຫ້ມີຄຸນນະພາບ; ພ້ອມນີ້ ກໍຫວັງວ່າ ຝ່າຍ ສ. ເກົາຫຼີ ຈະສືບຕໍ່ເພີ່ມໂຄຕ້າໃຫ້ແຮງງານລາວ ໃນສົກປີຕໍ່ໄປ ແລະ ຂະຫຍາຍຂົງເຂດການເຮັດວຽກໃຫ້ກວ້າງຂື້ນຕື່ມ, ໂດຍສະເພາະແມ່ນ ວຽກງານອຸດສາຫະກຳ ແລະ ການປະມົງ.
ໃນຂະນະດຽວກັນ, ທ່ານ ຈອງ ບຽວ ວອນ ກໍ່ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ມີໂອກາດໄດ້ຕ້ອນຮັບຄະນະຜູ້ແທນຝ່າຍລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະຫນັບສະຫນູນ ແກ່ ສ. ເກົາຫຼີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫຼອດມາ, ແລະ ຍັງໄດ້ຢືນຢັນຄືນຄໍາຫມາຍຫມັ້ນຂອງ ສ. ເກົາຫຼີ ໃນການສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜຸນ ສປປ ລາວ ໃນຊຸມປີຂ້າງໜ້າ
ໃນວັນດຽວກັນ, ທ່ານ ພົງສະຫວັນ ສີສຸລາດ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໂຈ ແຕ ຢຸນ (Mr. Cho Tae-yul), ລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ ອີກດ້ວຍ.




