ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາລືທຸລະກິດ ຣັດເຊຍ- ອາຊຽນ ແລະ ກອງປະຊຸມປຶກສາຫາລື ກ່ຽວກັບ ການເປັນຄູ່ຮ່ວມມືອາຊີ-ເອີຣົບ ທີ່ຍິ່ງໃຫຍ່ກວ່າ, ເຊິ່ງເປັນກອງປະຊຸມປິ່ນອ້ອມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10.

Sep 7, 2025

ໃນຕອນເຊົ້າຂອງວັນທີ 4 ກັນຍາ 2025, ທີ່ ເມືອງວະລາດີວັດສະຕົກ, ສ.ຣັດເຊຍ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືແບບສົນທະນາເທິງເວທີສຳຄັນຄື: ກອງປະຊຸມປຶກສາຫາລື ກ່ຽວກັບ ການຮ່ວມມື ຣັດເຊຍ-ອາຊຽນ (Russia – ASEAN Business Dialogue), ໂດຍການນໍາພາຂອງທ່ານ Sergey Katyin, ປະທານສະພາການຄ້າ ແລະ ອຸດສາຫະກໍາ ສ.ຣັດເຊຍ, ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເປັນຕົ້ນ: ຜູ້ອຳນວຍການສະພາດິຈິຕອນ ປະເທດໄທ, ປະທານສະພາທຸລະກິດຣັດເຊຍ-ອາຊຽນ, ລັດຖະມົນຕີກະຊວງການເງິນມຽນມາ ແລະ ຂະແໜງການກ່ຽວຂ້ອງຂອງຣັດເຊຍ. ຈຸດປະສົງ ແມ່ນເພື່ອປຶກສາຫາລື ແລະ ສົນທະນາ ກ່ຽວກັບ ການສົ່ງເສີມການຮ່ວມມືດ້ານເສດຖະກິດ ລະຫວ່າງ ຣັດເຊຍ- ອາຊຽນ, ກາລະໂອກາດໃນການຮ່ວມມື ໂດຍສະເພາະໃນຂົງເຂດ: ພະລັງງານ, ການຄົມມະນາຄົມ, ການຢາ, ການທ່ອງທ່ຽວ, ການຫັນເປັນດີຈິຕອນ, ເຕັກໂນໂລຊີ ແລະ ນະວັດຕະກຳ. ພ້ອມນີ້, ຍັງໄດ້ແລກປ່ຽນ ກ່ຽວກັບ ແນວຄວາມຄິດໃນການກຳນົດແຜນຍຸດທະສາດ ລະຫວ່າງ ຣັດເຊຍ- ອາຊຽນ ໃນການຮ່ວມມືດ້ານການຄ້າ-ການລົງທຶນ ແຕ່ນີ້ເຖິງປີ 2030 ແລະ ອື່ນໆ.
May be an image of 15 people, newsroom and text
ໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການພັດທະນາການຮ່ວມມືດ້ານການຄ້າ ແລະ ເສດຖະກິດ ລະຫວ່າງ ສປປ ລາວ – ຣັດເຊຍ ໃນຮູບແບບສອງຝ່າຍ, ເຊິ່ງໄດ້ຍົກໃຫ້ສາຍພົວພັນການເປັນຄູ່ຮ່ວມມືຍຸດທະສາດທີ່ມີມາຍາວນານ ຫລາຍກວ່າ 65 ປີ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນແລະກັນ; ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ ສອງຝ່າຍ ແມ່ນມີບາດກ້າວຂະຫຍາຍຕົວ ໂດຍສະເພາະໃນຂະ ແໜງພະລັງງານ, ການຂົນສົ່ງ, ໂລຈິດສະຕິກ ແລະ ເຕັກໂນໂລຊີ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນ ການເປັນຄູ່ຮ່ວມມືດ້ານເສດຖະກິດຣັດເຊຍ-ອາຊຽນ ເຊິ່ງມີມູນຄ່າການຄ້າບັນລຸເຖິງ 17 ຕື້ໂດລາສະຫະລັດໃນປີ 2024 ແລະ ພ້ອມດຽວກັນກໍເຫັນວ່າ ໃນຕໍ່ຫນ້າ ອາຊຽນ ແລະ ຣັດເຊຍ ຄວນສຸມໃສ່ 4 ຂະແໜງການເພິ່ມເຕີມ ຄື: ພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ເສດຖະກິດດິຈິຕອນ ແລະ ການເຊື່ອມຈອດ ແລະ ການທ່ອງທ່ຽວ.
May be an image of 8 people and text
ພ້ອມດຽວກັນນີ້,​ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຍັງໄດ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ກ່ຽວກັບ ການເປັນຄູ່ຮ່ວມມືອາຊີ-ເອີຣົບ ທີ່ຍິ່ງໃຫຍ່ກວ່າ (Greater Eurasia Partnership), ພາຍໃຕ້ການນຳພາກອງປະຊຸຸມ ຂອງ ທ່ານ ນາງ Natalia Stapran, ຫົວໜ້າສູນຊ່ຽວຊານ ການຄົ້ນຄວ້າຂອງຣັດເຊຍ,​ ເຊິ່ງມີຜູ້ເຂົ້າຮ່ວມທັງຈາກພາກລັດ ແລະ ເອກະຊົນ ເປັນຕົ້ນ: ທ່ານ ຮອງນາຍົກລັດຖະມົນຕີຣັດເຊຍ, ຮອງນາຍົກລັດຖະມົນຕີມົງໂກລີ, ລັດຖະມົນຕີການຄ້າຂອງຣັດເຊຍ, ຮອງເລຂາທິການໃຫຍ່ອົງການ SCO, ເລຂາທິການໃຫຍ່ອົງການ Boao, ລັດຖະມົນຕີດ້ານການເຊື່ອມໂຍງຂອງຄະນະກຳມະການເສດຖະກິດຢູເຣເຊຍ, ກະຊວງການຕ່າງປະເທດຣັດເຊຍ ແລະ ອື່ນໆ. ຈຸດປະສົງ ແມ່ນເພື່ອແລກປ່ຽນຄຳຄິດ-ຄຳເຫັນ ກ່ຽວກັບ ແນວຄວາມຄິດການສ້າງຂອບການຮ່ວມມືໃໝ່ ພາຍໃຕ້ຂໍ້ລິເລີ່ມຂອງ ທ່ານ ປະທານາທິບໍດີ ສ.ຣັດເຊຍ ໃນການເຊື່ອມໂຍງບັນດາປະເທດເພື່ອນມິດໃນທະວີບອາຊີ ແລະ ເອີຣົບ.
ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນ ກ່ຽວກັບ ບັນດາປັດໃຈ ແລະ ເງື່ອນໄຂ ທີ່ເຮັດໃຫ້ພາກພື້ນອາຊີ-ເອີຣົບ ເປັນພາກພື້ນສຳລັບການເຕີບໂຕທາງດ້ານເສດຖະກິດແບບຍືນຍົງ, ເຊິ່ງເຫັນວ່າການຮ່ວມມືຢ່າງຕໍ່ເນື່ອງ ແລະ ຄຳໝາຍໝັ້ນ ແລະ ວິໃສທັດທີ່ຍືນຍົງ ຂອງພາກພື້ນອາຊີ-ເອີຣົບ ເພື່ອການເຕີບໂຕທາງດ້ານເສດຖະກິດ ຈະເຮັດໃຫ້ເປົ້າໝາຍສາມາດບັນລຸໄດ້. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນ ບັນດາປັດໃຈທີ່ຈະເປັນແຮງຊຸກຍູ້ໃຫ້ເກີດການປ່ຽນແປງທາງດ້ານເຕັກໂນໂລຊີ, ການພັດທະນາການຂົນສົ່ງ-ໂລຈິດສະຕິກ ແລະ ການຕິດຕໍ່ສື່ສານລະຫວ່າງປະຊາຊົນ ເປັນຕົ້ນ: ການເປັນເອກະພາບກັນທາງດ້ານເສດຖະກິດ ແລະ ການເຊື່ອມໂຍງ, ຄວາມກ້າວຫນ້າທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ, ການເຊື່ອມຈອດດ້ານເຕັກໂນໂລຊີ ແລະ ການວາງນະໂຍບາຍເພື່ອການຮ່ວມມືໃນພາກພື້ນ ແລະ ທົ່ວໂລກທີ່ເໝາະສົມ
May be an image of 10 people and text
ກອງປະຊຸມປຶກສາຫາລືທຸລະກິດຣັດເຊຍ – ອາຊຽນ ແລະ ກອງປະຊຸມ ກ່ຽວກັບ ການເປັນຄູ່ຮ່ວມມືອາຊີ-ເອີຣົບ ທີ່ຍິ່ງໃຫຍ່ກວ່າ ແມ່ນບັນດາກອງປະຊຸມປິ່ນອ້ອມ ທີ່ສຳຄັນ ຂອງກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10, ເຊິ່ງຈັດຂຶ້ນໃນໄລຍະວັນທີ 3-6 ກັນຍາ 2025.​ ການເຂົ້າຮ່ວມກອງປະຊຸມດັ່ງກ່າວຂອງທ່ານຮອງລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແມ່ນໄດ້ຮັບຄວາມສົນໃຈ ຈາກບັນດາຜູ້ເຂົ້າຮ່ວມ ແລະ ສື່ມວນຊົນຂອງລັດເຊຍຫຼາຍສຳນັກຂ່າວ,​ ເຊິ່ງຖືວ່າ ເປັນຜົນສຳເລັດໃນການໂຄສະນາເຜີຍແຜ່ ກ່ຽວກັບ ນະໂຍບາຍ ແລະ ວິໄສທັດຂອງ ລັດຖະບານ ສປປ ລາວ ກ່ຽວກັບ ບັນຫາຕ່າງໆ ຂອງພາກພື້ນ ແລະ ສາກົນ ໄດ້ຢ່າງມີປະສິດທິຜົນ.