ກອງປະຊຸມປຶກສາຫາລືແບບວົງແຄບກັບຮ່ວມກັບຄະນະບໍລິຫານງານຂອງໜ່ວຍງານປະສານງານອະນຸພາກພື້ນແມ່ນ້ຳຂອງ ຈັດຂຶ້ນໃນວັນທີ 25 ມິຖຸນາ 2025 ທີ່ໂຮງແຮມພູແມນ ແຂວງຫລວງພະບາງ ຊຶ່ງເປັນກິດຈະກໍາໜຶ່ງໃນໂອກາດງານມະຫະກຳການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ຫລື GMS ລະຫວ່າງວັນທີ 24-27 ມິຖຸນາ 2025 ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນທີ່ແຂວງຫລວງພະບາງ.
ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ວັດທະນະທໍາ ແລະການທ່ອງທ່ຽວ ໃຫ້ສໍາພາດວ່າ: ຄະນະກຳມະການທ່ອງທ່ຽວຂອງບັນດາປະເທດ GMS ໄດ້ສຸມໃສ່ປຶກສາຫາລືການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ລວມເຖິງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການກະກຽມແນະນໍາແຜນຍຸດທະສາດການທ່ອງທ່ຽວຂອງອະນຸພາກພື້ນແມ່ນໍ້າຂອງ ໃນວັນທີ 26 ມິຖຸນາ 2025 ແລະ ປຶກສາຫາລືກ່ຽວກັບການກະກຽມ ເພື່ອສະໜັບສະໜູນພາກທຸລະກິດໃນການຈັດກອງປະຊຸມປຶກສາຫາລືຮ່ວມກັນ ໂດຍສະເພາະສະມາຄົມທຸລະກິດທ່ອງທ່ຽວຂອງປະເທດ GMS ຫລືປະເທດອະນຸພາກພື້ນແມ່ນໍ້າຂອງ ແນໃສ່ຮ່ວມກັນແກ້ໄຂຂໍ້ຄົງຄ້າງຕ່າງໆ ລວມເຖິງທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຂະຫຍາຍລາຍການທ່ອງທ່ຽວຮ່ວມກັນໃຫ້ນັກທ່ອງທ່ຽວສາມາດທ່ຽວໄດ້ຫລາຍແຫ່ງ, ຫລາຍປະເທດ ແນໃສ່ໃຫ້ນັກທ່ອງທ່ຽວມີທາງເລືອກຫລາຍຂຶ້ນ. ນອກຈາກນີ້ຍັງຈະມີກອງປະຊຸມຂອງພາກທຸລະກິດບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ຫລື GMS ຕື່ມອີກ ເພື່ອຮ່ວມກັນກໍານົດທິດທາງການຮ່ວມດ້ານການທ່ອງທ່ຽວໃຫ້ມີປະສິດທິຜົນຫລາຍຂື້ນໃນຕໍ່ໜ້າ.







