ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດນິຕິກໍາ ທີ່ຕິດພັນກັບວຽກງານການຄຸ້ມຄອງປ່າສະຫງວນ

May 21, 2025

ກອງປະຊຸມ ປຶກສາຫາລືຮ່ວມກັບບັນດາ ກອງຄຸ້ມຄອງປ່າສະຫງວນ/ອຸທິຍານ, ຄູ່ຮ່ວມງານ ກ່ຽວກັບການຈັດຕັ້ງປະຕິບັດ ນິຕິກໍາ ທີ່ຕິດພັນກັບວຽກງານການຄຸ້ມຄອງປ່າສະຫງວນ, ຈັດຂຶ້ນໃນວັນທີ 19 ພຶດສະພານີ້ ທີ່ໂຮງແຮມ ສຸພັດຕາ ນະຄອນ ຫຼວງວຽງຈັນ ມີທ່ານ ສົມຫັວງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ນາງ Cecile Leroy Programme Manager ຜູ້ຕາງໜ້າ ສະຫະພາບເອີຣົບ ປະຈຳ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສົມຫັວງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນ ເນື່ອງຈາກວ່າ ພວກເຮົາຈະໄດ້ມີການ ປືກສາຫາລື, ສ້າງຄວາມຮັບຮູ້ ແລະ ເພີ່ມທະວີຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດ 02 ຄຳສັ່ງທີ່ສຳຄັນກໍຄື: ຄຳສັ່ງນາຍົກເລກທີ 11 ແລະ ເລກທີ 06 ຂອງຂະແໜງການປ່າໄມ້ ແລະ ບໍ່ແຮ່ ພ້ອມກັນນັ້ນ, ກອງປະຊຸມຍັງຈະເປັນເວທີໃນການແລກປ່ຽນບົດຮຽນລະຫວ່າງ ອົງການຄຸ້ມຄອງປ່າສະຫງວນຂັ້ນສູນກາງ, ກອງຄຸ້ມຄອງປ່າສະຫງວນແຫ່ງຊາດ ແລະ ຄູ່ຮ່ວມງານຈາກອົງການທີ່ບໍ່ສັງກັດລັດຖະບານ ເພື່ອການຮ່ວມມືທີ່ແໜ້ນແຟ້ນໃນອະນາຄົດ. ນອກນັ້ນ, ຍັງຈະໄດ້ມີບົດນຳສະເໜີຜົນສຳເລັດຂອງໂຄງການ ECILL ແລະ ພິທີປິດໂຄງການຢ່າງເປັນທາງການ.
ສປປ ລາວ ມີຄວາມອຸດົມຮັ່ງມີທາງດ້ານຊັບພະຍາກອນປ່າໄມ້. ແຕ່ໃນໄລຍະຜ່ານມາ, ປ່າໄມ້ໄດ້ຖືກນໍາໃຊ້, ການຂຸດຄົ້ນຫຼາຍຊະຊາຍ ເຮັດໃຫ້ປ່າໄມ້ ຢູ່ປະເທດເຮົາຖືກທໍາລາຍຢ່າງໜັກ ໜ່ວງ, ສາຍເຫດກໍ່ຍ້ອນຂາດສະຕິ ແລະ ຂາດວິທະຍາສາດໃນການຂຸດຄົ້ນນຳໃຊ້ຊັບພະຍາກອນທຳມະຊາດ, ຕົ້ນຕໍແມ່ນຂາດການໝູນໃຊ້ຜົນການຄົ້ນຄວ້າວິທະຍາສາດ ເຮັດໃຫ້ຊັບພະຍາກອນປ່າໄມ້ ແລະເນື້ອທີ່ປ່າໄມ້ຫຼຸດນ້ອຍຖອຍລົງຢ່າງຕໍ່ເນື່ອງ. ສປປ ລາວ ໄດ້ສູນເສຍຊັບພະຍາກອນປ່າໄມ້ເປັນຈຳ ນວນຫຼວງຫຼາຍ. ໃນປີ 1940 ເນື້ອ¬ທີ່ປົກຫຸ້ມປ່າ¬ໄມ້ທົ່ວປະ¬ເທດ ກວມປະ¬ມານ 70% ຂອງເນື້ອທີ່ທັງ ໝົດ. ຕໍ່ມາ ເນື້ອ¬ທີ່ປົກຫຸ້ມປ່າ¬ໄມ້ທົ່ວປະ¬ເທດຫຼຸດລົງຈາກ 60% ໃນປີ 1970 ຍັງເຫຼືອປະມານ 49% ໃນປີ 1982. ໃນປີ 2002, ເນື້ອ¬ທີ່ປົກຫຸ້ມປ່າ¬ໄມ້ທົ່ວປະ¬ເທດ ຍັງສືບຕໍ່ຫຼຸດລົງ 41,5% ຂອງເນື້ອທີ່ທັງໝົດ. ຕໍ່ບັນຫາດັ່ງກ່າວ, ພັກ ແລະລັດ ຍາມໃດກໍມີຄວາມເປັນຫວ່ງເປັນໃຍ ຕໍ່ວຽກງານການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ,
ລັດຖະບານ ລາວ ໄດ້ມີນະໂນຍາຍ ຮັກສາເນື້ອທີ່ດິນປ່າໄມ້ກວມ 70% ຂອງເນື້ອທີ່ທົ່ວປະເທດ (ມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ, 03 ສິງຫາ 2017; ມະຕິກອງປະຊຸມ ສະພາແຫ່ງຊາດ ສະບັບເລກທີ 098/ສພຊ, 28 ມິຖຸນາ 2018, ວິໄສທັດ ຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ); ພັກ-ລັດ ກໍານົດນະໂນບາຍ ໂດຍຢຶດໝັ້ນ ໃຫ້ຄົນກັບປ່າ ຢູ່ຮ່ວມກັນຢ່າງສັນຕິ; ການອະນຸລັກ ແລະ ປົກປັກຮັກສາ ໄປຄຽງຄູ່ກັບການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ.
ຂ່າວ-ພາບ : ສົມພາວັນ ມະວົງໄຊ