ໃນຕອນເຊົ້າ ຂອງ ວັນທີ 29 ກໍລະກົດ 2024, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໃນນາມເປັນຈຸດປະສານງານ ໜ່ວຍປະຕິບັດງານ ອາຊຽນດ້ານການປ່ຽນແປງດິນຟ້າອາກາດ (AWGCC) ຮ່ວມກັບກອງເຂລາອາຊຽນ ໄດ້ຈັດກອງປະຊຸມປຶກສາຫາລື ຮ່າງຖະແຫຼງການຮ່ວມອາຊຽນ ຕໍ່ ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (ASEAN Joint Statement to UNFCCC COP29), ທີ່ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ໂດຍທ່ານ Mr. Mahadi Sukarno, Deputy undersecretary, Environmental Management Division, Ministry of Natural Resources, Environment and Climate change ພ້ອມທັງເປັນປະທານໜ່ວຍປະຕິບັດງານອາຊຽນ ດ້ານການປ່ຽນແປງດິນຟ້າອາກາດ (AWGCC) ຂອງອາຊຽນ ແລະ ປະທານຮ່ວມໂດຍ ທ່ານ ອໍາໄພວັນ ອຸດົມເດດ ຮອງຫົວໜ້າກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຊຶ່ງມີຜູ້ເຂົ້າຮ່ວມ 30 ກວ່າທ່ານ ທີ່ເປັນຈຸດປະສານງານ ໜ່ວຍປະຕິບັດງານອາຊຽນດ້ານການປ່ຽນແປງດິນຟ້າອາກາດ (AWGCC) ຈາກບັນດາປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າຮ່ວມທາງໄກຜ່ານລະບົບອອນລາຍ.
ຈຸດປະສົງ ຂອງກອງປະຊຸມ ເພື່ອກວດກາຄັ້ງສຸດທ້າຍ ແລະ ເປັນເອກະພາບ ຕໍ່ ຮ່າງຖະແຫຼງການຮ່ວມ ຕໍ່ ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (ASEAN Joint Statement to UNFCCC COP29) ແລະ ຮັບຮອງເອົາທາງດ້ານຫຼັກການ ກ່ອນຈະນໍາສະເໜີ ພິຈາລະນາ ຮັບຮອງໃນກອງປະຊຸມ ເຈົ້່າໜ້າທີ່ອາວຸໂສອາຊຽນ ດ້ານສິ່ງແວດລ້ອມ (ASEAN Senior Officials on Environment) ໂດຍກອງປະຊຸມ ໄດ້ມີການກວດກາ ປຶກສາຫາລືບາງເນື້ອໃນ ແລະ ປະເດັນທີ່ເຫັນວ່າສຳຄັນ ຂອງຮ່າງຖະແຫຼງການດັ່ງກ່າວ ແລະ ປັບປຸງໃຫ້ມີຄວາມສົມບູນ. ໃນວາລະສຸດທ້າຍ ຂອງກອງປະຊຸມ ໄດ້ຕົກລົງເຫັນດີ ເປັນເອກະພາບ ຕໍ່ຮ່າງຖະແຫຼງການດັ່ງກ່າວ ແລະ ເຫັນດີນໍາສະເໜີ ໃຫ້ກອງປະຊຸມເຈົ້່າໜ້າທີ່ອາວຸໂສອາຊຽນດ້ານສິ່ງແວດລ້ອມ ພິຈາລະນາຮັບຮອງ.
ຂ່າວ: ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກຊສ





