ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາລື ຮ່າງແຜນຍຸດທະສາດການຄຸ້ມຄອງທີ່ດິນບໍລິເວນນ້ຳ

Nov 22, 2024

ໃນວັນທີ 19 ພະຈິກ 2024, ທີ່ ເມືອງວັງວຽງ, ແຂວງວຽງຈັນ. ກົມຊັບພະຍາກອນນ້ຳ(ກຊນ), ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ) ໄດ້ຈັດກອງປະຊຸມ ປຶກສາຫາລື ຮ່າງແຜນຍຸດທະສາດການຄຸ້ມຄອງທີ່ດິນບໍລິເວນນ້ຳ ຂຶ້ນໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການອານຸລັກສັດປ່າ (WCS) ແລະ ຄູ່ຮ່ວມງານ.
ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກຊສ ແລະ ທ່ານ ນ. ມະໂນລີ ສີສະຫວັນ, ຮອງຜູ້ອຳນວຍການ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ ມີຄະນະຫ້ອງການ, ຄະນະກົມ ຈາກ ກຊສ ແລະ ຜູ້ຕາງໜ້າຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ກ່ຽວກັບການຮ່າງແຜນຍຸດທະສາດການຄຸ້ມຄອງ ທີ່ດິນບໍລິເວນນໍ້າ ຮ່ວມກັບຂະແໜງການ ທີ່ຄຸ້ມຄອງການນໍາໃຊ້ທີ່ດິນແຕ່ລະປະເພດທີ່ມີທີ່ດິນບໍລິເວນນ້ຳ ເພື່ອໃຫ້ວຽກງານດັ່ງກ່າວ ສອດຄ່ອງກັບກົດໝາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ. ໂດຍໃນທີ່ປະຊຸມ ໄດ້ຮັບຟັງການນຳສະເໜີໂດຍຫຍໍ້ ກ່ຽວກັບຮ່າງແຜນຍຸດທະສາດການຄຸ້ມຄອງທີ່ດິນບໍລິເວນນ້ຳ ເຊິ່ງຮ່າງແຜນຍຸດທະສາດດັ່ງກ່າວປະກອບມີ 4 ແຜນຍຸດທະສາດຄື: ແຜນຍຸດທະສາດທີ I: ສໍາຫຼວດ ແລະ ຂຶ້ນບັນຊີ ທີ່ດິນບໍລິເວນນໍ້າ; ແຜນຍຸດທະສາດທີ II: ປົກປັກຮັກສາ, ພັດທະນາ ແລະ ຟື້ນຟູ ທີ່ດິນບໍລິເວນນໍ້າ; ແຜນຍຸດທະສາດທີ III: ການຄຸ້ມຄອງ ແລະ ນໍາໃຊ້ ທີ່ດິນບໍລິເວນນໍ້າ ແບບຍືນຍົງ ແລະ ແຜນຍຸດທະສາດທີ IV: ການປະສານງານກັບຂະແໜງການ ແລະ ການມີສ່ວນຮ່ວມ ຂອງຊຸມຊົນ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ແລະ ຮ່ວມມືສາກົນ, ເຊິ່ງບັນດາຜູ້ເຂົ້າຮ່ວມ ກໍໄດ້ມີການປຶກສາຫາລືກັນ ແລະ ປະກອບຄຳເຫັນ ໃສ່ຮ່າງແຜນຍຸດທະສາດດັ່ງກ່າວຢ່າງກົງໄປກົງມາ ຢ່າງມີເນື້ອໃນ ທັງນີ້ກໍເພື່ອຮັບປະກັນໃຫ້ການນຳໃຊ້ຊັບພະຍາກອນນ້ຳ ໂດຍສະເພາະການຄຸ້ມຄອງທີ່ດິນບໍລິເວນນ້ຳ ໃນຂອບເຂດທົ່ວປະເທດໃຫ້ມີຄວາມຍືນຍົງ ສາມາດຕອບສະໜອງ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ. ໂດຍຮ່າງແຜນຍຸດທະສາດດັ່ງກ່າວຈະໄດ້ປັບປຸງຕາມຄຳເຫັນໃນທີ່ປະຊຸມໃຫ້ມີຄວາມເປັນເອກະພາບແລ້ວນໍາສະເໜີຕໍ່ກອງປະຊຸມ ລັດຖະບານ ໃນເດືອນ ທັນວາ ປີ 2024 ຕໍ່ໄປ.
ຂ່າວໂດຍ: ອະພິເດດ ແສງດາລາ