ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາຫລືສະມາຄົມທຸລະກິດການທ່ອງທ່ຽວຂອງອະນຸພາກພື້ນແມ່ນໍ້າຂອງ

Jun 25, 2025

ກອງປະຊຸມປຶກສາຫາຫລືສະມາຄົມທຸລະກິດການທ່ອງທ່ຽວຂອງອະນຸພາກພື້ນແມ່ນໍ້າຂອງ ຫລື GMS ຈັດຂຶ້ນໃນວັນທີ 25 ມິຖຸນາ 2025 ທີ່ໂຮງແຮມພູແມນ ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງທ່ານ ອິນທີ ເດືອນສະຫວັນ ປະທານສະມາຄົມທຸລະກິດທ່ອງທ່ຽວລາວ, ທ່ານ ນາງ ສຸວິມົນ ທະນາສາລະກຣິດ ຫົວໜ້າຫ້ອງການປະສານງານອະນຸພາກພື້ນແມ່ນໍ້າຂອງ ຫລື MTCO ມີຜູ້ຕາງໜ້າຈາກສະມາຄົມທ່ອງທ່ຽວ GMS ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອິນທີ ເດືອນສະຫວັນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະເປັນບາດກ້າວທີ່ສໍາຄັນ ເພື່ອຮ່ວມກັນແກ້ໄຂບັນດາສິ່ງທ້າທາຍຢ່າງມີຈຸດສຸມ ເປັນຕົ້ນຊ່ອງວ່າງທີ່ສໍາຄັນດ້ານໂຄງລ່າງພື້ນຖານ ແລະ ການເຊື່ອມໂຍງ, ການເຂົ້າເຖິງອິນເຕີເນັດ, ນະໂຍບາຍ, ລະບຽບການ ແລະ ການບໍລິຫານຂອງພາກລັດຍັງມີຄວາມຊັບຊ້ອນ ໃນຂະນະທີ່ການຕະຫຼາດ ແລະ ການໂຄສະນາການທ່ອງທ່ຽວ ຈໍາເປັນຕ້ອງມີແນວຄິດລິເລີ່ມໃໝ່ໆຢູ່ສະເໝີ ໃນທ່າມກາງສະພາບການແຂ່ງຂັນຂອງໂລກ. ໃນຂະນະດຽວກັນດ້ານການພັດທະນາຊັບພະຍາກອນມະນຸດ ແລະ ການຍົກລະດັບຄວາມຮູ້ຄວາມສາມາດ ແມ່ນຫົວໃຈສໍາຄັນໃນການດຶງດູດ, ພັດທະນາ ແລະ ຮັກສາບຸກຄະລາກອນທີ່ມີທັກສະໃນການບໍລິການທີ່ມີຄຸນນະພາບ. ນອກນັ້ນແລ້ວ, ບັນຫາດ້ານຄວາມຍືນຍົງທາງສິ່ງແວດລ້ອມ ແລະ ສັງຄົມ ມີຄວາມຈໍາເປັນທີ່ຕ້ອງປັບຕົວ ແລະ ສ້າງນະວັດຕະກຳຢ່າງວ່ອງໄວ ເພື່ອກໍານົດຢູ່ໃນແຜນຍຸດທະສາດການທ່ອງທ່ຽວຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ. ຄາດວ່າກອງປະຊຸມຄັ້ງນີ້ກາຍເປັນຈຸດເລີ່ມຕົ້ນທີ່ດີໃນການເຮັດວຽກຮ່ວມກັນລະຫວ່າງພາກລັດ ແລະພາກທຸລະກິດໄດ້ມີປະສິດທິພາບຫຼາຍຂຶ້ນ ເພື່ອສ້າງອະນາຄົດທີ່ຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ານການທ່ອງທ່ຽວໃນພາກພື້ນໃຫ້ດີຂຶ້ນ.
ທ່ານ ນາງ ສຸວິມົນ ທະນາສາລະກຣິດ ຫົວໜ້າຫ້ອງການປະສານງານອະນຸພາກພື້ນແມ່ນໍ້າຂອງ ຫລື MTCO ກ່າວວ່າ: ງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄດ້ຈັດມາເປັນເວລາຫຼາຍປີແລ້ວ, ແຕ່ປີນີ້ແມ່ນຄັ້ງທໍາອິດທີ່ຈັດກອງປະຊຸມສະເພາະສໍາລັບພາກທຸລະກິດການທ່ອງທ່ຽວ ໂດຍເຕົ້າໂຮມເອົາບັນດາສະມາຄົມການທ່ອງທ່ຽວ ຈາກ 6 ປະເທດ ອະນຸພາກພື້ນແມ່ນໍ້າຂອງ (GMS). ການມີສ່ວນຮ່ວມຂອງພາກທຸລະກິດມີຄວາມສໍາຄັນຫຼາຍຕໍ່ການສົ່ງເສີມຜະລິດຕະພັນການທ່ອງທ່ຽວທີ່ຫຼາກຫຼາຍ ພາຍໃນອະນຸພາກພື້ນ GMS. ຄວາມຮູ້ປະສົບການ ແລະ ຄວາມຄິດສ້າງສັນຂອງຜູ້ເຂົ້າຮ່ວມເປັນກຸນກະແຈສໍາຄັນໃນການແກ້ໄຂປັນຫາຕ່າງໆ ເຊັ່ນ: ການທ່ອງທ່ຽວຂ້າມຊາຍແດນ, ການພັດທະນາຜະລິດຕະພັນ ແລະ ການສົ່ງເສີມການຕະຫຼາດຂອງອະນຸພາກພື້ນ.