ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຜູ້ປະກອບການແມ່ຍິງອາຊຽນ 2024 ແລະ ພິທີມອບລາງວັນພິເສດຜູ້ປະກອບການແມ່ຍິງອາຊຽນ

Oct 5, 2024

ກອງປະຊຸມຜູ້ປະກອບການແມ່ຍິງອາຊຽນ 2024 ແລະ ພິທີມອບລາງວັນພິເສດຜູ້ປະກອບການແມ່ຍິງອາຊຽນ ຈັດຂຶ້ນໃນວັນທີ 4 ຕຸລາ 2024 ທີ່ໂຮງແຮມແລນມາກ, ນະຄອນ ຫຼວງວຽງຈັນ ໂດຍການເປັນປະມານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ. ໂດຍການເຂົ້າຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີທ່ານ ນາງ ລີກວາງແອັງ ປະທານຜູ້ປະກອບການແມ່ຍິງອາຊຽນ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງລັດຖະມົນຕີ ກະຊວງອຸດ ສາຫະກໍາ ແລະ ການຄ້າ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ ໃຫ້ຮູ້ວ່າ : ການຈັດກອງປະ ຊຸມຄັ້ງນີ້ ແມ່ນໜຶ່ງໃນພາລະບົດບາດ ແລະ ໜ້າທີ່ຂອງສະມາຄົມນັກທຸລະກິດແມ່ຍິງລາວ ທີ່ຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບການນໍາສະເໜີຜົນງານ ແລະກິດຈະກໍາສ່ວນໜຶ່ງຂອງຕົນ, ແລກປ່ຽນບົດຮຽນກັບນັກທຸລະກິດແມ່ຍິງທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າຮ່ວມຄັ້ງນີ້, ເພື່ອກະກຽມຄວາມພ້ອມທີ່ຈະເປັນເຈົ້າພາບ ປະທານຜູ້ປະກອບການແມ່ຍິງອາຊຽນໃນປີ 2025. ໂດຍມີຈຸດປະສົງ ເພື່ອຊຸກຍູ້ຜູ້ປະກອບການແມ່ຍິງອາຊຽນ ເວົ້າລວມ ເວົ້າສະເພາະທຸລະກິດແມ່ຍິງລາວ, ເນັ້ນເຖິງການປະກອບສ່ວນຮ່ວມກັນຂອງຜູ້ປະກອບການຍິງໃນການຂະຫຍາຍເສດຖະກິດ ແລະ ພັດທະນາສັງຄົມ, ເພື່ອອຳນວຍຄວາມສະດວກໃນການສ້າງເຄືອຂ່າຍ ເຮັດທຸລະກິດ, ສົ່ງເສີມການ ຮ່ວມມືລະຫວ່າງຜູ້ປະກອບການແມ່ຍິງ, ນັກລົງທຶນ, ຜູ້ວາງນະໂຍ ບາຍ ແລະພາກສ່ວນກ່ຽວຂ້ອງອື່ນໆ, ເພື່ອຊົມເຊີຍຄວາມມານະພະຍາຍາມຂອງຜູ້ປະກອບການແມ່ຍິງອາຊຽນໃນການຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດໃຫ້ຍືນຍົງ, ສ້າງຄວາມ ເຂັ້ມ ແຂງຂອງບັນດາປະເທດອາຊຽນ ແລະການເຊື່ອມໂຍງເສດຖະກິດໃນພາກພື້ນ, ເພື່ອຮັບຮູ້ແລະ ຢັ້ງຢືນ ເຖິງຜົນສຳເລັດອັນສົມ ກຽດ ແກ່ຜູ້ປະກອບການແມ່ຍິງທີ່ດີເດັ່ນລະດັບອາຊຽນ(The best Entrepreneurs & The best Entrepreneurs in the Start up Award) ປີ 2024 ແລະ ເພື່ອສັງລວມສິນຄ້າຂອງສະມາຊິກ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ຜູ້ສະຫນັບສະຫນູນຫລັກມາວາງສະແດງ ເພື່ອເພີ່ມສີສັນຕ່າງໆ, ຕອບສະໜອງ ໃຫ້ແກ່ການຂະຫຍາຍເຄືອຂ່າຍຂອງຜູ້ປະກອບການແມ່ຍິງ ໃນຂອບເຂດອາຊຽນ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງເປັນຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ຜູ້ປະກອບການ ແລະ ຜູ້ສະໜັບສະໜູນ ຄັ້ງນີ້ຢ່າງແທ້ຈິງ.
ກອງປະຊຸມຄັ້ງນີ້ ຍັງເປັນສ່ວນໜຶ່ງທີ່ຢັ້ງຢືນຕໍ່ສາກົນວ່າ ພັກ ແລະ ລັດຖະບານລາວເຮົາເວົ້າລວມ, ເວົ້າສະເພາະແມ່ນສະມາ ຄົມນັກທຸລະກິດແມ່ຍິງລາວພວກເຮົາ ມີຄວາມພ້ອມ ແລະ ພູມ ໃຈກະກຽມເປັນເຈົ້າພາບໃນການຈັດກອງປະຊຸມລະດັບອາຊຽນ ແລະ ກອງປະຊຸມອື່ນໆ ທີ່ກ່ຽວກັບເສດຖະກິດ, ເປັນກອງປະຊູມໜຶ່ງທີ່ຜັນຂະຫຍາຍເນື້ອໃນແຜນການ ຂອງກອງປະຊຸມສຸດ ຍອດການນໍາແມ່ຍິງອາຊຽນ ຄັ້ງທີ III ທີ່ສູນກາງສະຫະພັນແມ່ຍິງລາວ ເປັນເຈົ້າພາບຈັດຂຶ້ນໃນ ວັນທີ 23 ສິງຫາ 2024 ທີ່ຜ່ານ ມາ ພາຍໃຕ້ຫົວຂໍ້: “ສົ່ງເສີມວຽກງານເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວສູ່ປະຊາຄົມອາຊຽນຫຼັງປີ 2025” ແນໃສ່ສືບຕໍ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນທົ່ວພາກພື້ນອາຊຽນ.