ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງ​ປະ​ຊຸມ​ຜູ້​ປະ​ສານ​ງານ​ ແລະ ກອງ​ປະ​ຊຸມ​ປະ​ຈຳ​ປີ 2024 ຂອງເຄືອຂ່າຍຄັງປັນຍາອາຊຽນ-ຈີນ

Sep 21, 2024

ໃນວັນທີ 19 – 20 ກັນຍາ 2024, ສະຖາບັນການຕ່າງ ປະເທດ, ກະຊວງການຕ່າງປະເທດ ແລະ ມະຫາວິທະຍາໄລການຕ່າງປະເທດ ຂອງ ສປ.ຈີນ ໄດ້ຮ່ວມກັນເປັນເຈົ້າພາບ ຈັດກອງ​ປະ​ຊຸມ​ຜູ້​ປະ​ສານ​ງານ​ ແລະ ກອງ​ປະ​ຊຸມ​ປະ​ຈຳ​ປີ 2024 ຂອງເຄືອຂ່າຍຄັງປັນຍາອາຊຽນ-ຈີນ ຫລື Network of ASEAN-China Think-Tanks – NACT (NACT CCM and Annual Conference 2024), ທີ່ ​ນະ​ຄອນຫລວງ​ພະ​ບາງ.
ກອງ​ປະ​ຊຸມ​ຜູ້​ປະ​ສານ​ງານ​ ແລະ ກອງ​ປະ​ຊຸມ​ປະ​ຈຳ​ປີຂອງເຄືອຂ່າຍຄັງປັນຍາອາຊຽນ – ຈີນ ແມ່ນໜື່ງໃນກົນໄກການຮ່ວມມືດ້ານວິຊາການ ລະຫວ່າງ ອາຊຽນ – ຈີນ ທີ່ຈັດຂື້ນເປັນປະຈໍາທຸກປີ ໂດຍການເປັນເຈົ້າພາບຮ່ວມຂອງສະມາຊິກຄັງປັນຍາຈີນ ແລະ ສະມາຊິກຄັງປັນຍາອາຊຽນ ທີ່ຖືກຮອບວຽນໃນການເປັນປະ ທານໝູນວຽນອາຊຽນໃນປີດັ່ງກ່າວ ເຊີ່ງມີຈຸດປະສົງເພື່ອ​ເຊື້ອ ເຊີນເອົາ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈາກປະ​ເທດ​ສະມາຊິກອາ​ຊຽນ ​ແລະ​ ຈີນ​ ມາແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກ​ສາ​ຫາ​ລື ກ່ຽວ ກັບບັນຫາຕ່າງໆ ​ທີ່​ມີ​ຄວາມ​ສົນ​ໃຈຮ່ວມກັນ ເພື່ອສັງລວມ ແລະ ຮ່າງເປັນຂໍ້​ສະ​ເໜີແນະ​​ດ້ານ​ນະ​ໂຍ​ບາຍ​ ທີ່ເປັນປະໂຫຍດໃຫ້ແກ່ການ​ພົວ​ພັນ​ຮ່ວມ​ມື, ການສົ່ງເສີມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ການ​ເຊື່ອມ​ໂຍງ​ໃນພາກ​ພື້ນ ​ພ້ອມທັງເປັນການສົ່ງ ເສີມ ແລະ ຮັດແໜ້ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ ອາ​ຊຽນ ກັບ​ ຈີນ ໃຫ້ນັບມື້ນັບດີຂື້ນກວ່າເກົ່າ.
ສໍາລັບປີ 2024, ກອງປະຊຸມດັ່ງກ່າວ ແມ່ນຈັດຂື້ນພາຍໃຕ້ຫົວຂໍ້: “​ຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ – ຈີນ: ທົບທວນຄືນຜົນການຈັດຕັັ້ງປະຕິບັດການເຊືື່ອມໂຍງເຊືື່ອມຈອດພາຍໃນພາກພື້ນ ASEAN-China Comprehensive Strategic Partnership: Taking Stock of Regional Connectivity, ໂດຍມີຜູ້ເຂົ້າຮ່ວມຈາກ ສະຖາບັນການຕ່າງ ປະເທດ, ຕາງຫນ້າຫ້ອງວ່າການປົກຄອງແຂວງຫລວງພະບາງ, ສະຖານກົງສຸນໃຫຍ່ ສປ ຈີນ ປະຈໍານະຄອນຫລວງພະບາງ, ບັນດານັກຄົ້ນຄວ້າຈາກປະເທດສະມາຊິກອາຊຽນ ແລະ ສປ ຈີນ ລວມທັງໝົດ 30 ທ່ານ.
ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ. ກອງປະຊຸມ ໄດ້ທົບທວນຄືນບັນດາຜົນສຳເລັດ ແລະ ສິ່ງທ້າທາຍໃນການສົ່ງເສີມການກໍ່ສ້າງພື້ນຖານໂຄງລ່າງ, ລະບຽບ ການຄຸ້ມຄອງ ແລະ ການປະຕິບັດບັນດາແຜນຍຸດທະສາດຕ່າງໆ ເຊັ່ນ: ແຜນແມ່ບົດກ່ຽວກັບການເຊື່ອມຈອດອາຊຽນ (MPAC) 2025, ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ (BRI) ແລະ ອື່ນໆ ທີ່ຈະສົ່ງເສີມການພົວພັນຮ່ວມມື ແລະ ການເຊື່ອມໂຍງພາກພື້ນ ອາຊຽນ ແລະ ຈີນ. ພ້ອມດຽວກັນນັ້ນ, ກໍໄດ້ເປັນການປະກອບສ່ວນສໍາຄັນໃນຍົກສູງບົດບາດຂອງ ສປປ ລາວ ໃນຖານະປະທານອາຊຽນປີ 2024.
May be an image of 16 people and text