ວັນທີ 18 ພະຈິກ 2024, ທີ່ໂຮງແຮມ ຈຳປາສັກແກຣນ ນະຄອນປາກເຊ, ແຂວງຈໍາປາສັກ, ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຜ່ານແຜນແມ່ບົດພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ສໍາລັບປີ 2025 – 2035
ກອງປະຊຸມຄັ້ງນີ້ ໂດຍເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຂົ້າຮ່ວມມີ ທ່ານ ປອ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ປອ ວັນນະໄຊ ຊາດຕະກຸນ ຫົວໜ້າພແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍຄະນະ, ມີຄະນະນຳຈາກກົມພັດທະນາການທອງທ່ຽວ, ຄະນະຊີ້ນຳໂຄງການ, ຄະນະຫ້ອງວ່າການແຂວງ, ພະແນກການອ້ອມຂ້າງ, ອົງການປົກຄອງ ແລະ ຫ້ອງການກ່ຽວຂ້ອງເມືອງໂຂງ ແລະ ຂະແໜງທ່ອງທ່ຽວເຂົ້າຮ່ວມ.
ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄຂກອງປະຊຸມກວ່າ:
ປະຈຸບັນ ລັດຖະບານໄດ້ຖືເອົາວຽກງານການທ່ອງທ່ຽວ ແມ່ນໜຶ່ງໃນບັນດາຂະແໜງເສດຖະກິດປາຍແຫຼມ ເພື່ອສຸມໃສ່ພັດທະນາ ແນໃສ່ໃຫ້ວຽກງານດັ່ງກ່າວ ປະກອບສ່ວນ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດພວກເຮົາ ໂດຍໄດ້ມີນະໂຍບາຍສົ່ງເສີມການທ່ອງທ່ຽວ ເປັນຕົ້ນນະໂຍບາຍດ້ານວິຊາສໍາລັບກຸມປະເທດເປົ້າໝາຍ, ການປະກາດປີທ່ອງທ່ຽວລາວ 2024 ແລະ ອື່ນໆ. ນອກນັ້ນແລ້ວ ປີນີ້ແມ່ນປີທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມ ສຸດຍອດອາຊຽນ ສາມາດດຶງດູດຄະນະຜູ້ແທນ ແລະ ນັກທ່ອງທ່ຽວເຂົ້າມາປະເທດເຮົາເປັນຈໍານວນຫຼາຍສົມຄວນ ໄລຍະ 9 ເດືອນຂອງປີ 2024 ມີນັກທ່ອງທ່ຽວສາກົນເຂົ້າມາ ສປປ ລາວ ຈໍານວນ 2,9 ລ້ານເທື່ອຄົນ ທຽບໃສ່ແຜນປີ ແມ່ນລື່ນຄາດໝາຍ ຄາດວ່າ 3 ເດືອນທ້າຍປີນີ້ ຈະມີນັກທ່ອງທ່ຽວສາກົນເພີ່ມຂຶ້ນຕື່ມອີກ.
ເຫັນໄດ້ຄວາມສໍາຄັນຂອງການອະນຸລັກ ປົກປັກຮັກສາ ຊັບພະຍາກອນທີ່ສໍາຄັນດັ່ງກ່າວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຄົ້ນຄວ້າສ້າງແຜນພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວ ໃນເຂດດັ່ງກ່າວ ເພື່ອຮັບປະກັນໃຫ້ການພັດທະນາ ໄປຕາມທິດສີຂຽວ ແລະ ມີຄວາມຍືນຍົງ ຕາມວິໄສທັດລວມຂອງລັດຖະບານ, ກະຊວງ ຖວທ ໄດ້ມອບໝາຍໃຫ້ກົມພັດທະນາການທ່ອງທ່ຽວ ໂດຍພາຍໃຕ້ການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການຈາກໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 (ADB) ດໍາເນີນການສ້າງແຜນພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ເພື່ອແນໃສ່ເປັນບ່ອນອີງໃຫ້ທຸກພາກສ່ວນ ໃນການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ສອດຄ່ອງໄປຕາມທິດທາງລວມດຽວກັນ.
ແຜນດັ່ງກ່າວ ໄດ້ຮັບການປຶກສາຫາລື, ລະດົມຄຳຄິດເຫັນຂອງຫຼາຍພາກສ່ວນໂດຍສະເພາະແມ່ນຄະນະຮັບຜິດຊອບໃນຂັ້ນສູນກາງ, ອໍານາດການປົກຄອງຂັ້ນທ້ອງຖິ່ນ, ຫົວໜ່ວຍທຸລະກິດບໍລິການຕະຫຼອດຮອດປະຊາຊົນທ້ອງຖິ່ນ ເພື່ອເອກະພາບດ້ານວິໄສທັດ, ຈຸດປະສົງເປົ້າໝາຍ, ການກຳນົດຂອບເຂດພື້ນທີ່, ລວມທັງບັນດາກິດຈະກຳການພັດທະນາ ໃນເຂດດັ່ງກ່າວ. ການສ້າງແຜນດັ່ງກ່າວກໍເພື່ອແນໃສ່ຮັບປະກັນຄວາມເປັນເອກະພາບຕໍ່ກັບການນໍາໃຊ້ຊັບພະຍາກອນທຳມະຊາດທີ່ພວກເຮົາມີ ໃຫ້ມີຄວາມຍືນຍົງ, ເປັນມິດກັບສິ່ງແວດລ້ອມ ຕອບສະໜອງຜົນໄດ້ຮັບທາງດ້ານເສດຖະກິດໄລຍະຍາວ.
ໃນວາລະດຳເນີນກອງປະຊຸມ ທ່ານ ໂອເງິນ ປັນຍານຸວົງ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ໄດ້ນໍາສະເໜີ ແຜນພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວ ນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມ ຮອບ ສໍາລັບປີ 2025-2035.ຈາກນັ້ນບັນດາທ່ານທີ່ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ແລກປ່ຽນ ເພື່ອເຮັດໃຫ້ແຜນແມ່ບົດມີເນື້ອໃນສົມບູນ, ຮັດກຸມຈັດຕັ້ງປະຕິບັດສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ.
ກອງປະຊຸມຄັ້ງນີ້ໂດຍໄດ້ຮັບການສະໜັບສະໜູນຂອງ ໂຄງການພັດທະນາໂຄງລ່າງພື້ນຖານ ເພືອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 .
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ




