ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 29-30 ພະຈິກ 2022, ກະຊວງການຕ່າງປະເທດ (ກົມສົນທິ ສັນ ຍາ ແລະ ກົດໝາຍ) ພາຍໃຕ້ການສະໜັບ ສະໜູນຈາກກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຈັດກອງປະຊຸມຝຶກອົບຮົມພາກພື້ນ ກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ວ່າດ້ວຍ ການຕ້ານອາຊະ ຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ອະນຸສັນຍາທີ່ກ່ຽວຂ້ອງໃຫ້ແກ່ພະນັກ ງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງບັນດາແຂວງພາກກາງ ແລະ ພາກໃຕ້, ທີ່ ນະຄອນ ປາກເຊ, ແຂວງຈຳປາສັກ, ພາຍ ໃຕ້ການເປັນປະທານກອງປະຊຸມໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດານັກວິທະຍາກອນຈາກສູນກາງທີ່ມາຈາກ ກະຊວງການຕ່າງປະເທດ, ກະ ຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກ ຣາຊະອານາຈັກ ກຳປູເຈຍ ແລະ ສສ ຫວຽດນາມ ເຂົ້າ ຮ່ວມ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 90 ທ່ານ (ຍິງ 10 ທ່ານ).
ຈຸດປະສົງຂອງກອງປະຊຸມຝືກອົບຮົມໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຄຳຄິດເຫັນ ແລະ ບົດຮຽນ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບການຕ້ານອາຊະ ຍາກຳຂ້າມຊາດທີ່ມີການຈັດຕັ້ງ ລວມທັງການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ລະຫວ່າງປະເທດແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ. ນອກຈາກນັ້ນ, ຍັງເປັນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເສີມຂະຫຍາຍການຮ່ວມມືທີ່ດີກັບບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ສົນທິສັນຍາທີ່ໄດ້ເປັນພາຄີຮ່ວມກັນ ແລະ ເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການຮ່ວມມືກັບປະເທດອ້ອມຂ້າງໃນວຽກງານການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໄດ້ຮັບປະຜົນໂຫຍດຮ່ວມກັນ.
ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນເປັນຄັ້ງທີ 02 ພາຍຫຼັງໄດ້ຈັດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສູນກາງ ແລະ ແຂວງ ພາກເໜືອ ໃນລະຫວ່າງ 12-13 ຕຸລາ 2022 ຜ່ານມາ, ທີ່ ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ.