ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງ ປະເທດຄັ້ງປະຖົມມະລືກ ພາຍໃຕ້ຫົວຂໍ້ “ຮັກບ້ານເກີດ” ຂຶ້ນໃນວັນທີ 12 ພະຈິກ ນີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງ ຈັນ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ມີບັນດາການນຳພັກ-ລັດ, ເອກອັກຄະລັດຖະທູດ ແລະ ພີ່ນ້ອງເຊື້ອຊາດລາວຈາກຕ່າງປະເທດ ແລະ ພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດ ແລະ ເຮັດທຸລະກິດຢູ່ ສປປ ລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດຂຶ້ນກ່າວມີຄຳເຫັນເປີດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງ ປະເທດຄັ້ງປະຖົມມະລືກພາຍໃຕ້ຫົວຂໍ້ “ຮັກບ້ານເກີດ” ຢ່າງເປັນທາງການ ຊຶ່ງຖືເປັນນິມິດ ໝາຍອັນສໍາຄັນ ແລະ ເປັນຄັ້ງປະ ຫວັດສາດບໍ່ເຄີຍມີມາກ່ອນ ມີຂຶ້ນໃນປີທີ່ ສປປ ລາວ ມີຜົນສຳ ເລັດພົ້ນເດັ່ນຫຼາຍເຫດການ ເປັນຕົ້ນການເປັນປະທານອາຊຽນຂອງ ສປປ ລາວ ແລະ ທັງເປັນປີທ່ອງທ່ຽວລາວປີ 2024, ສະແດງຄວາມຊົມເຊີຍຕໍ່ບັນດາພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ແລະ ພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ ສປປ ລາວ ຫຼາຍກວ່າ 400 ທ່ານ ທີ່ໄດ້ພ້ອມໃຈກັນມາເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ຮັກປະເທດຊາດບ້ານເກີດເມືອງນອນຂອງຕົນ.
ກອງປະຊຸມຄັ້ງນີ້, ເປັນເວທີເພື່ອສ້າງໂອກາດໃຫ້ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດໄດ້ມີໂອກາດຫວນມາຢ້ຽມຢາມບ້ານເກີດ ແລະ ພົບປະແລກປ່ຽນຄຳຄິດເຫັນຊຶ່ງກັນ ແລະ ກັນ, ຮັດແໜ້ນການຮ່ວມມືລະຫວ່າງພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ, ຜູ້ທີ່ມາດຳລົງຊີວິດຢູ່ ສປປ ລາວ ແລະ ຊາວລາວຢູ່ໃນປະເທດ, ເປີດກວ້າງການເຜີຍແຜ່ຂໍ້ມູນຂ່າວສານອັນຖືກ ຕ້ອງເປັນຈິງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ, ສ້າງເງື່ອນໄຂອຳນວຍຄວາມ ສະດວກໃຫ້ແກ່ພີ່ນ້ອງເຊື້ອຊາດລາວທີ່ມີຄວາມສົນໃຈໃນການເຂົ້າມາລົງທຶນຢູ່ ສປປ ລາວ ເປັນຕົ້ນການດຳເນີນທຸລະກິດຮ້ານອາ ຫານ, ໂຮງແຮມ, ລົງທຶນດ້ານການສຶກສາ, ກະສິກຳ ແລະ ອື່ນໆ. ປັດຈຸບັນພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດມີປະມານ 981,900 ຄົນ (ຫຼາຍກວ່າ 10% ຂອງພົນລະເມືອງລາວ) ທີ່ອາໄສຢູ່ຫຼາຍກວ່າ 18 ປະເທດໃນທົ່ວໂລກ, ເຖິງຈະຢູ່ຫ່າງໄກບ້ານເກີດເມືອງນອນ ແຕ່ກໍມີຄວາມເອກອ້າງທະນົງໃຈຕໍ່ການເປັນເຊື້ອຊາດລາວ, ມີນ້ຳໃຈຮັກຊາດ ຮັກບ້ານເກີດ, ຮັກສາມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ, ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ທັງທາງກົງ ແລະ ທາງອ້ອມ, ເປັນຂົວຕໍ່ສຳຄັນໃນການໂຄສະນາເຜີຍແຜ່ດ້ານວັດທະນະທຳ-ຮີດຄອງປະເພນີ, ສາສະໜາ, ພາສາ, ພາບພົດທີ່ດີຂອງປະເທດ, ຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອດ້ານທຶນ ຮອນ, ການລົງທຶນມາສູ່ປະເທດຊາດ, ຮັດແໜ້ນການພົວພັນຕ່າງປະເທດກັບບັນດາປະເທດທີ່ເຂົາເຈົ້າດຳລົງຊີວິດຢູ່.
ລັດຖະບານ ແລະ ປະຊາຊົນລາວໄດ້ຕີລາຄາສູງຕໍ່ການປະ ກອບສ່ວນຊ່ວຍເຫຼືອ ແລະ ຖືວ່າພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສຳຄັນບໍ່ສາມາດຕັດແຍກອອກຈາກວົງຄະນາຍາດແຫ່ງຊາດລາວໄດ້, ເປັນກຳລັງແຮງທີ່ສຳຄັນອັນໜຶ່ງໃນພາລະກິດການສ້າງສາ ແລະ ພັດທະນາປະເທດ ຊາດ. ຍ້ອນເຫັນໄດ້ເຖິງຄວາມສຳຄັນຂອງພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ, ລັດຖະບານຈຶ່ງໄດ້ມີນະໂຍບາຍເປີດກວ້າງເພື່ອຕ້ອນ ຮັບພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ, ເອົາໃຈໃສ່ໃນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກຍິ່ງຂຶ້ນ ໂດຍກຳນົດນະໂຍ ບາຍຕ່າງໆ ເປັນຕົ້ນແມ່ນການອອກດຳລັດເລກທີ 475 ວ່າດ້ວຍການອອກວີຊາ ແລະ ການກໍານົດເວລາພັກເຊົາຢູ່ ສປປ ລາວ ໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ສືບຕໍ່ປະຕິບັດນະໂຍບາຍ ແລະ ສ້າງເງື່ອນໄຂອັນໃໝ່ ເພື່ອໃຫ້ແທດເໝາະກັບສະພາບໃນແຕ່ລະຍຸກສະໄໝ. ພ້ອມນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຮຽກ ຮ້ອງມາຍັງພີ່ນ້ອງຄົນເຊື້ອຊາດລາວໝົດທຸກຄົນ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນ, ມີຄວາມທະນົງໃຈຕໍ່ເລືອດເນື້ອເຊື້ອຊາດລາວຮັກບ້ານເກີດ, ເຄື່ອນໄຫວດຳລົງຊີວິດຢ່າງໝັ້ນຄົງ, ສືບຕໍ່ຮັກສາຮີດຄອງປະເພນີອັນດີງາມ ແລະ ເອກະ ລັກດ້ານວັດທະນະທຳຂອງຊາດລາວໄວ້, ສືບຕໍ່ນຳເອົາຜົນຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນ, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໄປບອກເລົ່າຖ່າຍທອດຕໍ່ຜູ້ທີ່ບໍ່ໄດ້ມາຮ່ວມ, ປະກອບສ່ວນສ້າງສາພັດທະນາບ້ານເກີດເມືອງນອນຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຕົນ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງລາຍງານຈາກທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່ຽວກັບການສັງລວມນະໂຍບາຍ ແລະ ນິຕິກຳທີ່ຈະອຳນວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ ແນໃສ່ສ້າງເງື່ອນໄຂທີ່ສະດວກໃຫ້ພີ່ນ້ອງຊາວລາວຢູ່ຕ່າງປະເທດໄດ້ຫັນໜ້າມາຫາປະເທດຊາດບ້ານເກີດເມືອງນອນຂອງຕົນ ເພື່ອປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ, ທຶນຮອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ແລະ ໄດ້ຮັບຟັງບົດລາຍງານຈາກທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງ ສປປ ລາວ.
ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານຈາກຕົວແທນພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ຕົວ ແທນພີ່ນ້ອງເຊື້ອຊາດລາວທີ່ມາດຳລົງຊີວິດຖາວອນຢູ່ບ້ານເກີດໃນຫຼາຍຫົວຂໍ້ສຳຄັນຄື: 1. ການເຕົ້າໂຮມຄວາມສາມັກຄີພີ່ນ້ອງເຊື້ອຊາດລາວຢູ່ປະເທດຝຣັ່ງ; 2. ການສົ່ງເສີມລູກຫຼານເຊື້ອຊາດລາວຮຽນຮູ້ ແລະ ສືບທອດພາສາ-ວັດທະນະທຳຂອງຊາດຢູ່ຕ່າງປະເທດ; 3. ການເຕົ້າໂຮມພະສົງລາວອ້ອມຂ້າງອົງການພະສົງລາວເຖຣະວາດຢູ່ທະວີບເອີຣົບ; 4. ກາລະໂອກາດ ແລະ ສິ່ງທ້າ ທາຍໃນການດຳເນີນທຸລະກິດຢູ່ ສປປ ລາວ; 5. ທ່າແຮງ ແລະ ເງື່ອນໄຂຂອງພີ່ນ້ອງເຊື້ອຊາດລາວໃນການປະກອບສ່ວນສ້າງສາພັດທະນາບ້ານເກີດ; 6. ການປະກອບສ່ວນສ້າງຊັບພະຍາກອນມະ ນຸດດ້ານວິຊາການຢູ່ ສປປ ລາວ.
ໃນຕອນທ້າຍ, ບັນດາຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄຳຄິດ ເຫັນ ແລະ ຍົກຂໍ້ສະເໜີຕໍ່ກອງປະຊຸມຢ່າງສ້າງ ສັນ ແລະ ກົງໄປກົງມາ ເຮັດໃຫ້ເນື້ອໃນຈິດໃຈຂອງກອງປະຊຸມຄົບຖ້ວນສົມບູນ, ສາມາດເຂົ້າໃຈເຖິງສະພາບຊີວິດການເປັນຢູ່ ແລະ ຄວາມມຸ້ງມາດປາຖະໜາຂອງພີ່ນ້ອງຊາວລາວຢູ່ຕ່າງປະເທດ ແລະ ຕົວແທນພີ່ນ້ອງເຊື້ອຊາດລາວທີ່ມາທໍາມາຫາກິນຢູ່ ສປປ ລາວ ໄດ້ເປັນຢ່າງດີ.
ກອງປະຊຸມໃນຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ມີຄວາມຟົດຟື້ນສາມັກຄີຮັກ ແພງ, ມີເນື້ອໃນອຸດົມສົມບູນ, ຖືເປັນການເປີດສັງກາດກອງປະ ຊຸມຄັ້ງປະຫວັດສາດໃນການເຕົ້າໂຮມຄວາມສາມັກຄີເປັນນ້ຳໜຶ່ງໃຈດຽວກັນຂອງປະຊາຊົນລາວບັນດາເຜົ່າບໍ່ວ່າຢູ່ພາຍໃນ ຫຼື ຕ່າງປະເທດ ປະກອບ ສ່ວນກຳລັງແຮງຂອງຕົນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເທື່ອລະກ້າວ ກໍຄືການນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ.
ຂ່າວ: ກະຊວງການຕ່າງປະເທດ







