ໃນວັນທີ 16 ທັນວາ 2024 ການນໍາແຂວງບັ໋ກຢາງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະກັບຄະນະຜູ້ແທນຂອງ ແຂວງໄຊສົມບູນ ສປປ ລາວ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການຄະນະກຳມະການປະຊາຊົນ ແຂວງບັ໋ກຢາງ ສສ ຫວຽດນາມ ໂດຍການເປັນປະທານຂອງສະຫາຍ ມາຍເຊິນ ຄະນະປະຈໍາພັກແຂວງ ຮັກສາການປະທານຄະນະກຳມະການປະຊາຊົນແຂວງບັ໋ກຢາງ, ມີສະຫາຍ ແດງ ປະທຸມທອງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊສົມບູນ ພ້ອມດ້ວຍຄະນະນຳທັງສອງແຂວງ ເຂົ້າຮ່ວມ.
ຈຸດປະສົງໃນການພົບປະຄັ້ງນີ້, ກໍເພື່ອເປັນການສືບຕໍ່ຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມື ລະຫວ່າງສອງແຂວງ ທັງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າລວມເວົ້າສະເພາະ ແຂວງໄຊສົມບູນ ກັບ ແຂວງບັ໋ກຢາງ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ. ໃນກອງປະຊຸມ, ທ່ານ ແດງ ປະທຸມທອງ ໄດ້ລາຍງານຜົນສຳເລັດການຈັດຕັ້ງປະຕິບັດໃນໄລຍະ 1 ປີ ຜ່ານມາ ເຫັນໄດ້ວ່າທັງສອງແຂວງ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດສຳເລັດຫຼາຍຄາດໝາຍ ທີ່ໄດ້ລົງນາມຮ່ວມກັນເປັນຕົ້ນ ການໂຄສະນາເຜີຍແຜ່ສາຍພົວພັນອັນດີງາມຂອງສອງແຂວງ ໃຫ້ແກ່ສະມາຊິກພັກພະນັກງານ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງກວ້າງຂວາງ, ໄດ້ມີການແລກປ່ຽນບົດຮຽນລະຫວ່າງຄະນະຜູ້ແທນຂັ້ນສູງຂອງແຂວງ, ເມືອງ ແລະ ພະແນກການ ພ້ອມທັງໄດ້ຈັດຊຸດຝຶກອົບຮົມເພື່ອແລກປ່ຽນປະສົບການ ແລະ ຍົກລະດັບດ້ານວິຊາສະເພາະໃຫ້ແກ່ພະນັກງານແຂວງໄຊສົມບູນ ແລະ ສຳເລັດການຈັດຕັ້ງປະຕິບັດບາງໂຄງການທີ່ໄດ້ຮັບການຊ່ວຍເຫຼືອ ຈາກແຂວງບັ໋ກຢາງ. ການຢ້ຽມຢາມຄັ້ງນີ້, ທັງສອງຝ່າຍໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາໃຫ້ກັນ ແລະ ກັນໄດ້ຮັບຊາບ.
ນັກຂ່າວ: ເຢັ້ງເຊີເຊ່ຍມົວ ຈົ່ງວ່າຊົວໂກ້



