ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມພົບປະ ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ

Feb 10, 2026

ກອງປະຊຸມພົບປະ 3 ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ໄດ້ຈັດຂຶ້ນ ໃນວັນທີ 6 ກຸມພາ 2026 ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ໂດຍການເປັນປະທານຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ພະນະທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ. ການພົບປະໃນຄັ້ງນີ້ ມີຂຶ້ນພາຍຫຼັງກອງປະຊຸມສຸດຍອດຜູ້ນໍາສາມພັກການເມືອງ ຄັ້ງທີ IV ລະຫວ່າງ ພັກປະຊາຊົນປະຕິວັດລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກໍາປູເຈຍ ຊຶ່ງເປັນກົນໄກການຮ່ວມມືຍຸດທະສາດອັນສໍາຄັນຍິ່ງ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທີ່ມີມູນເຊື້ອມາແຕ່ດົນນານຂອງສາມຊາດອິນດູຈີນ.
May be an image of text
ໃນໂອກາດດັ່ງກ່າວ, ສາມຝ່າຍ ໄດ້ຕີລາຄາສູງ ແລະ ມີຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສາມປະເທດ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັນພົ້ນເດັ່ນແມ່ນການຮ່ວມມືດ້ານການເມືອງ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ທີ່ມີຄວາມໃກ້ຊິດ, ສະໜິດສະໜົມ ແລະ ມີຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ. ພ້ອມດຽວກັນນີ້, ສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ໄດ້ເຫັນດີເປັນເອກະພາບ ໃນການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດຜູ້ນໍາສາມພັກ ດ້ວຍການຊີ້ນໍາ ແລະ ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂອງຕົນ ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທໍາ ຢ່າງມີປະສິດທິຜົນສູງສຸດ ເປັນຕົ້ນ ແມ່ນການຊຸກຍູ້ການເຊື່ອມໂຍງທາງດ້ານໂຄງລ່າງພື້ນຖານ, ພະລັງງານ ແລະ ເສດຖະກິດ ດ້ວຍການເລັ່ງລັດການກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ-ຂົນສົ່ງ ແລະ ລະບົບໂລຈີສຕິກ ເພື່ອເຊື່ອມໂຍງສາມພື້ນຖານເສດຖະກິດເຂົ້າກັນ ກໍຄືສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ນະໂຍບາຍສົ່ງເສີມການຄ້າ-ການລົງທຶນ ແລະ ການທ່ອງທ່ຽວຮ່ວມກັນ ໂດຍສະເພາະ ແມ່ນຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ກະຕຸກຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດຂອງພາກພື້ນ. ນອກຈາກນັ້ນ, ສາມຝ່າຍ ຍັງໄດ້ເຫັນດີທີ່ຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິ, ສຶກສາອົບຮົມຊາວໜຸ່ມໃຫ້ຮັບຮູ້ ແລະ ຮັກສາມູນເຊື້ອຄວາມສາມັກຄີຂອງສາມພັກ ແລະ ສືບຕໍ່ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຢ່າງສະເໝີຕົ້ນສະເໝີປາຍ ໃນຂອບການຮ່ວມມືພາກພື້ນ ແລະ ສາກົນ ທີ່ສາມປະເທດເປັນສະມາຊິກ ເພື່ອປົກປ້ອງຜົນປະໂຫຍດຮ່ວມກັນ ແລະ ເສີມສ້າງບົດບາດຂອງສາມປະເທດ ໃນເວທີໂລກ. ພ້ອມດຽວກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ກໍໄດ້ແຈ້ງໃຫ້ທີ່ປະຊຸມຊາບໂດຍຫຍໍ້ ກ່ຽວກັບ ສະພາບການພົວພັນຮ່ວມມືສອງຝ່າຍອັນພົ້ນເດັ່ນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ກໍຄື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ.
No photo description available.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະກັບ ບັນດານາຍົກລັດຖະມົນຕີ ຫວຽດນາມ ແລະ ກໍາປູເຈຍ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ ສົມເດັດ ນາຍົກລັດຖະມົນຕີ ຮຸນ ມາແນດ ທີ່ໄດ້ໃຫ້ກຽດເປັນເຈົ້າພາບ ແລະ ອໍານວຍຄວາມສະດວກໃນການຈັດການພົບປະສາມນາຍົກລັດຖະມົນຕີໃນຄັ້ງນີ້ ພ້ອມທັງໄດ້ເຊື້ອເຊີນນາຍົກລັດຖະມົນຕີກໍາປູເຈຍ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສາມນາຍົກລັດຖະມົນຕີລາວ-ຫວຽດນາມ-ກໍາປູເຈຍຄັ້ງທີ V ຊຶ່ງຝ່າຍລາວຈະເປັນເຈົ້າພາບ ໃນປີ 2027.
May be an image of dais, the Oval Office and text