ວັນທີ 29 ພຶດສະພາ 2026, ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລະດັບພາກພື້ນກ່ຽວກັບສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດ ກວດກູ້ ແລະ ທໍາລາຍລະເບີດ ທີ່ບໍ່ທັນແຕກ ຢູ່ສະໜາມກວດກູ້ລະເບີດ ບ້ານຫົວເມືອງ ເມືອງ ກາສີ ແຂວງວຽງຈັນ ນຳໂດຍທ່ານ ເພັດສະໝອນ ແກ້ວວົງວິຈິດ ຮອງຫົວໜ້າກົມຈັດຕັ້ງສາກົນ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.

ໃນໂອກາດນີ້, ທ່ານ ຄໍາສິງ ພິມພັນທະວົງ ຫົວໜ້າພາກສະໜາມກວດກູ້ລະເບີດ ບ້ານຫົວເມືອງ ເມືອງກາສີ ໃຫ້ຮູ້ວ່າ: ການກວດກູ້ລະເບີດບໍ່ທັນແຕກຢູ່ພື້ນທີ່ດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນພຶດສະພາ 2026 ໂດຍມີເປົ້າໝາຍກວດກູ້ໃນເນື້ອທີ່ຫຼາຍກວ່າ 18 ເຮັກຕາ ປັດຈຸບັນສາມາດກວດກູ້ໄດ້ແລ້ວ 41.847 ຕາແມັດ ເທົ່າກັບ 23% ຂອງແຜນການ ແລະ ພົບລະເບີດລວມ 36 ລູກ. ຄາດວ່າການກວດກູ້ຈະໃຫ້ສໍາເລັດໃນທ້າຍປີນີ້ ເພື່ອມອບເນື້ອທີ່ກວດກູ້ທີ່ປອດໄພໃຫ້ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນທໍາການຜະລິດ ໂດຍໄດ້ຮັບທືນສະໜັບສະໜູນຈາກລັດຖະບານ ສ ເກົາຫລີ ຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ລາວ, ຫ້ອງການຄະນະກໍາມະການຄຸ້ມຄອງລະເບີດແຫ່ງຊາດ ເພື່ອແກ້ໄຂລະເບີດຕົກຄ້າງຢູ່ລາວ.

ການລົງຢ້ຽມຢາມພາກສະໜາມຄັ້ງນີ້, ເພື່ອໃຫ້ຄະນະຜູ້ແທນ ຮັບຮູ້ເຖິງສະພາບການປະຕິບັດງານຕົວຈິງຂອງກອງກວດກູ້ລະເບີດເພື່ອມະນຸດສະທຳ ພາຍໃຕ້ສູນແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ບັນເທົາໄພພິບັດ ຂອງກອງທັບປະຊາຊົນລາວ (ສູນ 523), ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຫັນສະພາບຄວາມເປັນຈິງ ຂອງລະເບີດຕົກຄ້າງທີ່ຍັງບໍ່ທັນແຕກຢູ່ພື້ນທີ່ຕ່າງໆຂອງລາວ ແລະ ຂັ້ນຕອນການສຳຫຼວດພື້ນທີ່, ການເກັບກູ້ ແລະ ການທຳລາຍລະເບີດທີ່ຄົ້ນພົບ, ລວມທັງ ການໂຄສະນາສຶກສາອົບຮົມຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນວຽກງານແກ້ໄຂບັນຫາ.

ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ເກີດຈາກສົງຄາມ ໃນເມື່ອກ່ອນ ໄດ້ກະແຈກກະຈາຍຢ່າງກວ້າງຂວາງ ກວມເອົາເນື້ອທີ່ 87.000 ກິໂລຕາແມັດ ຂອງເນື້ອທີ່ 18 ແຂວງ ໃນນັ້ນຫຼາຍກວ່າໝູ່ແມ່ນ ຢູ່ ສະຫວັນນະເຂດ ແລະ ຊຽງຂວາງ, ໄດ້ກາຍເປັນສະໝໍລະພູມສູ້ຮົບທາງພາກພື້ນດິນ ແລະ ທາງອາກາດຂະໜາດໃຫຍ່ ຖ້າສະເລ່ຍໃສ່ຫົວຄົນ ປະເທດລາວແມ່ນຖືກຖິ້ມລະເບີດໃສ່ຫຼານທີ່ສຸດຢູ່ໃນໂລກ ຕະຫຼອດໄລຍະ 9 ປີ, ທຸກໆ 8 ນາທີໃດ ໄດ້ມີເຮືອບິນມາຖິ້ມລະເບີດ ລວມທັງໝົດມີຈໍານວນ 580.000 ຖ້ຽວ ໃນນັ້ນມີລະເບີດປະມານ 3 ລ້ານໂຕນ, ມີບົ່ມໃຫຍ່ 4 ລ້ານໜ່ວຍ, ລະເບີດລູກຫວ່ານ ຫຼື ບົມບີ້ ຫຼາຍກວ່າ 270 ລ້ານໜ່ວຍ ແລະ ລະເບີດ ອື່ນໆທີ່ຖືກຖິ້ມໃສ່ຜືນແຜ່ນດິນລາວ. ຕາມການຄາດຄະເນທາງດ້ານວິຊາການແມ່ນມີປະມານ 30% ຂອງລະເບີດດັ່ງກ່າວ ທີ່ຍັງບໍ່ທັນແຕກ ແລະ ຕົກຄ້າງຢູ່ເທິງໜ້າດິນ


