ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ຄະນະສະເພາະກິດ ເພື່ອລົງເລິກຄົ້ນຄວ້າບັນຫາ ລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນ ຈາກພາກທຸລະກິດ ກ່ຽວກັບບັນຫາລາຄາສິນຄ້າ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດ ທີ່ເພີ່ມສູງຂຶ້ນ ຢູ່ຫ້ອງປະຊຸມຂອງສະຖາບັນດັ່ງກ່າວ ໃນຕອນເຊົ້າວັນທີ 2 ສິງຫາ ນີ້ ໂດຍການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ປະທານ ສວສສຊ ທັງເປັນຫົວໜ້າຄະນະສະເພາະກິດດັ່ງກ່າວ ຊຶ່ງມີບັນດາທ່ານໃນຄະນະສະເພາະກິດ ແລະ ການນໍາຂອງສະຖາບັນຄົ້ນຄວ້າ, ຂະແໜງການ, ບັນດາການນໍາຂອງສະມາຄົມທຸລະກິດ, ນັກທຸລະກິດ ແລະ ແຂກຮັບເຊີນເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ກ່າວວ່າ: ສປປ ລາວ ຂອງພວກເຮົາກໍາລັງປະເຊີນກັບບັນຫາ ຂາດສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ໂດຍສະເພາະການເພີ່ມຂຶ້ນຂອງລາຄາສິນຄ້າ ຫຼື ອັດຕາແລກປ່ຽນເງິນຕາ ທີ່ບໍ່ຄົງທີ່, ເງິນເຟີ້, ສະພາບເງິນກີບ ຍັງສືບຕໍ່ອ່ອນຄ່າ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ, ລວມທັງ ພາກທຸລະກິດ ແລະ ພາກລັດ ຢ່າງຫຼີກລ່ຽງບໍ່ໄດ້, ສະພາບບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຢູ່ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນັບແຕ່ຕົ້ນ ປີ 2022 ຈົນມາຮອດປັດຈຸບັນ, ກໍຍັງເຫັນວ່າບໍ່ທັນມີຖ່ວງທ່າທີ່ຈະສະຫງົບ ແລະ ຫຼຸດລົງ. ເຖິງແມ່ນວ່າ ໃນໄລຍະຜ່ານມາ, ພັກ-ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີຄວາມພະຍາຍາມນໍາໃຊ້ຫຼາຍມາດຕະການແກ້ໄຂ ແຕ່ຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ. ສືບເນື່ອງມາຈາກຫຼາຍປັດໄຈ ທີ່ເປັນສິ່ງທ້າທາຍ ແລະ ຂໍ້ຈໍາກັດ ທີ່ຕິດພັນກັບບັນຫາໂຄງສ້າງພື້ນຖານຂອງເສດຖະກິດລາວ ເຊັ່ນ: ການຜະລິດພາຍໃນ ຍັງບໍ່ເຂັ້ມແຂງ ແລະ ບໍ່ຫຼາກຫຼາຍເທົ່າທີ່ຄວນ, ຍັງອາໄສແຕ່ການນໍາເຂົ້າສິນຄ້າເປັນສ່ວນໃຫຍ່, ເຮັດໃຫ້ປະເທດເຮົາຂາດດຸນການຄ້າຢ່າງຕໍ່ເນື່ອງ, ສົ່ງຜົນກະທົບໂດຍກົງ ຕໍ່ຄັງສໍາຮອງເງິນຕາຕ່າງປະເທດ ຢູ່ໃນລະດັບບໍ່ພຽງພໍ ກັບຄວາມຕ້ອງການຊໍາລະຕ່າງປະເທດ. ອີກຢ່າງ, ການນໍາໃຊ້ເຄື່ອງມືທາງນະໂຍບາຍການເງິນ ແລະ ເງິນຕາ ໃນການດັດສົມບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນ ຍັງມີຂໍ້ຈໍາກັດຫຼາຍ. ພວກເຮົາຕົກຢູ່ໃນສະພາບຂາດດຸນທາງດ້ານງົບປະມານຕໍ່ເນື່ອງ ເຮັດໃຫ້ເກີດມີໜີ້ສິນສະສົມ ນັບມື້ນັບເພີ່ມສູງຂຶ້ນ. ນອກນີ້, ລາວເຮົາ ກໍເປັນປະເທດທີ່ນໍາໃຊ້ ຫຼາຍສະກຸນເງິນຕາ ເຂົ້າໃນການຊໍາລະສະສາງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ໂດລາ, ບາດ ແລະ ຢວນ ກວມຫຼາຍກວ່າເຄິ່ງໜຶ່ງຂອງປະລິມານເງິນທັງໝົດ ໃນລະບົບເສດຖະກິດ ເຮັດໃຫ້ການນໍາໃຊ້ເຄື່ອງມືດ້ານນະໂຍບາຍເງິນຕາຂາດປະສິດທິຜົນ.
ທ່ານ ກອງແກ້ວ ໄຊສົງຄາມ ຍັງກ່າວວ່າ: ເພື່ອຊ່ວຍລົງເລິກຄົ້ນຄວ້າຢ່າງພາວະວິໄສ ແລະ ແທດເໝາະກັບສະພາບຄວາມເປັນຈິງ, ກໍານົດມາດຕະການແກ້ໄຂບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ, ລັດຖະບານໄດ້ແຕ່ງຕັ້ງຄະນະສະເພາະກິດ 83/ນຍ ກໍຄືຄະນະສະເພາະກິດ ເພື່ອລົງເລິກຄົ້ນຄວ້າບັນຫາ ລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ຊຶ່ງປະກອບມີຫຼາຍພາກສ່ວນ ໂດຍມີຄະນະຮັບຜິດຊອບ ທີ່ມາຈາກ ສວສສຊ, ກະຊວງແຜນການ ແລະ ການລົງທຶນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ສະຖາບັນຄົ້ນຄວ້າຈາກຂະແໜງການກ່ຽວຂ້ອງ ເຂົ້າຮ່ວມການຄົ້ນຄວ້າບັນຫາດັ່ງກ່າວ, ເພື່ອກໍານົດບັນດາມາດຕະການແກ້ໄຂ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.
ຂ່າວ-ພາບ: ສຸກສະຫວັນ




