ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າທະນາຄານກາງອາຊຽນ ບວກ 3 ຄັ້ງທີ 27

May 6, 2024

ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 (AFMGM+3) ຄັ້ງທີ 27 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ໂຮງແຮມພູລແມນ ທະບີລີຊີ ໃນວັນທີ 03 ພຶດສະພາ 2024, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ; ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ທ່ານ ຊະເວ ຊັງ ມອກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງເສດຖະກິດ ແລະການເງິນ ສ.ເກົາຫຼີ, ແລະ ທ່ານ ຣີ ຈາງຢອງ ຜູ້ວ່າການທະນາຄານກາງແຫ່ງ ສ.ເກົາຫຼີ.
ພ້ອມນັ້ນ, ໄດ້ຮັບກຽດເຂົ້າຮ່ວມຂອງລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຈາກ 10 ປະເທດສະມາຊິກອາຊຽນ ແລະ ຕີມໍ ເລສເຕ ໃນນາມຜູ້ສັງເກດການ, ປະເທດບວກ 3 (ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ແລະ ບັນດາອົງການຈັດຕັ້ງສາກົນ ເຊັ່ນ: ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (AMRO), ທະນາຄານພັດທະນາອາຊີ ແລະ ກອງທຶນການເງິນສາກົນ. ໃນກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື, ຮັບຟັງການລາຍງານຜົນການຂອງກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ+3 (AFCDM+3) ຈັດຂຶ້ນຢູ່ທີ່ ສປປ ລາວ ໃນເດືອນເມສາຜ່ານມາ ໂດຍຮັບຮອງບັນດາວຽກງານ ໃນຂອບການຮ່ວມມືດ້ານການເງິນອາຊຽນ+3 ໂດຍສະເພາະການຄົ້ນຄວ້າເຄື່ອງມືການສະໜອງທຶນ ທັງໄດ້ຊີ້ນໍາໃຫ້ມີການປັບປຸງບາງເນື້ອໃນຂອງຂອບສັນຍາພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ເປັນກົນໄກຫຼາຍຝ່າຍ (CMIM) ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ, ການປະຕິບັດຍຸດທະສາດຮອດ 2030 ຂອງ AMRO ເຊິ່ງໄດ້ມອບໃຫ້ AMRO ປະຕິບັດໜ້າທີ່ເປັນກອງເລຂາໃຫ້ແກ່ປະເທດງອາຊຽນ+3 ນັບແຕ່ປີ 2024 ເປັນຕົ້ນໄປ ແລະໄດ້ຊີ້ນໍາໃຫ້ມີການຍົກລະດັບບົດບາດ ກໍຄື ຄວາມສາມາດຂອງ AMRO ຈາກລະດັບພາກພື້ນໃຫ້ຂຶ້ນສູ່ລະດັບສາກົນ ແລະ ມີການຮ່ວມມືກັບສະຖານບັນການເງິນ ແລະ ອົງການຈັດຕັ້ງສາກົນອື່ນໃຫ້ຫຼາຍຂຶ້ນ; ຄວາມຄືບໜ້າການປະຕິບັດຂໍ້ເລີ່ມການພັດທະນາຕະຫຼາດພັນທະບັດອາຊຽນ, ການສ້າງຕັ້ງກອງເລຂາ ແລະ ຄວາມຄຶບໜ້າການຄົ້ນຄວ້າຂອງບັນດາໜ່ວຍງານວິຊາການ ໂດຍສະເພາະກ່ຽວກັບການຮ່ວມມືດ້ານການເງິນໂດຍຫັນເປັນດີຈີຕອນ, ການສ້າງຄວາມທົນທານດ້ານການເງິນ ກໍຄື ຫັນເປັນການເງິນສີຂຽວຫຼາຍຂຶ້ນ ແລະ ອື່ນໆ. ພ້ອມນີ້, ກໍໄດ້ຮັບຮອງຮ່າງຖະແຫຼງການຮ່ວມທີ່ໄດ້ຜ່ານການຮັບຮອງໂດຍ ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ+3 ທີ່ຈັດຂຶ້ນໃນວັນທີ 02 ພຶດສະພາ 2024.
ນອກນັ້ນ, ບັນດາລັດຖະມົນຕີ ແລະ ຜູ້ວ່າການ ຍັງໄດ້ແລກປ່ຽນກ່ຽວກັບສະພາບເສດຖະກິດຂອງໂລກ ແລະ ພາກພື້ນ ຮ່ວມກັບບັນດາສະຖານບັນການເງິນສາກົນ, ເຊິ່ງໃນປີ 2024 ມີທ່າອ່ຽງດີຂຶ້ນ, ອັດຕາການເຕີບໂຕເສດຖະກິດ ຂອງອາຊຽນ+3 ຈະຢູ່ໃນລະດັບ 4,5% ເພີ່ມຈາກປີ 2023 ທີ່ມີອັດຕາ 4,3% ຍ້ອນຫຼຸດຜ່ອນການເອື້ອຍອີງສິນຄ້າຈາກພາຍນອກ, ການທ່ອງທ່ຽວ ແລະ ການລົງທຶນ ກໍຄື ການຊົມໃຊ້ພາຍໃນເພີ່ມຂຶ້ນ, ອັດຕາເງິນເຟີ້ ໂດຍລວມຄົງທີ່ຂຶ້ນ ແຕ່ກໍຍັງມີບາງປະເທດ ທີ່ອັດຕາຍັງສູງ. ສະນັ້ນ, ເວທີການຮ່ວມມືຶດ້ານການເງິນໃນພາກພື້ນອາຊຽນ+3 ມີບົດບາດຄວາມສໍາຄັນ ທີ່ຈະຊ່ວຍສ້າງສະຖຽນລະພາບທາງດ້ານເສກຖະກິດ ໂດຍປະສົມປະສານລະຫວ່າງການສ້າງຜົນປະໂຫຍດຮ່ວມກັນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ, ການຄົ້ນຄວ້ານະໂຍບາຍທີ່ເໝາະສົມ ໂດຍອີງໃສ່ການຕີລາຄາ ແລະ ການແນະນຳຂອງອົງການສາກົນ ກໍຍັງເປັນສິ່ງທີ່ຈຳເປັນ ໂດຍຈະຍັງສືບຕໍ່ເນັ້ນໃສ່ການຟື້ນຟູ ຫຼາຍກວ່າການພັດທະນາ.
ພາຍຫຼັງສຳເລັດກອງປະຊຸມ, ປະທານຮ່ວມ ສປປ ລາວ ແລະ ສ.ເກົາຫຼີ ໄດ້ຈັດງານຖະແຫຼງຂ່າວ ໂດຍມີການເຂົ້າຮ່ວມຂອງນັກຂ່າວສາກົນກວ່າ 30 ສຳນັກ ເພື່ອແຈ້ງເນື້ອໃນຂອງຖະແຫຼ່ງການຮ່ວມ ແລະ ຜົນສຳເລັດຂອງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າທະນາຄານກາງອາຊຽນ ບວກ 3 ຄັ້ງທີ 27 ນີ້. ສໍາລັບປີ 2025 ມາເລເຊຍ ແລະ ສປ ຈີນ ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານ ຕາມຮອບວຽນ ຕໍ່ຈາກ ສປປ ລາວ ແລະ ສ.ເກົາຫຼີ.