ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນຄ່ຳ ຂອງ ວັນທີ 23 ກັນຍາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະ ເຫຼີມໄຊ ກົມມະສິດ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະ ຫະລັດ ໃນຮູບແບບປະສົມ ທາງໄກ ແລະ ເຊິ່ງໜ້າ (Hybrid) ພາຍໃຕ້ການເປັນປະ ທານຮ່ວມ ຂອງ ອິນໂດເນເຊຍ (ໃນນາມປະເທດປະສານງານການພົວພັນຮ່ວມມື ອາຊຽນ-ສະຫະລັດ) ແລະ ສະຫະລັດ ເຊິ່ງຈັດຂຶ້ນໃນໂອກາດກອງປະຊຸມສະ ມັດຊາໃຫຍ່ອົງການສະຫະປະຊາຊາດ (UNGA) ຄັ້ງທີ 76. ຈຸດປະສົງຂອງ ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ຕິດຕາມຜົນຂອງການປຶກສາຫາລືໃນ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະ ຫະລັດ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະ ຫະລັດ ໃນເດືອນ ກໍລະກົດ ແລະ ສິງຫາ 2021 ຜ່ານມາ ຕາມລຳດັບ.
ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ສະຫະລັດ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ບັນດາທ່ານລັດຖະມົນຕີ ຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີ ໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19. ສຳລັບ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດ ສະມາຊິກອາຊຽນ ແລະ ສະຫະລັດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 ເຊິ່ງໃນນັ້ນ ລວມມີການມອບວັກແຊັງ ແລະ ອຸປະກອນການແພດຕ່າງໆ.
ພ້ອມນີ້, ກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນ ແລະ ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ສະຫະລັດ ໃນໄລຍະໜຶ່ງປີ ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ສະຫະລັດ ໄລຍະປີ 2021-2025. ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດ ເຊັ່ນ: ການຄວບຄຸມ, ຮັບມື ແລະ ແກ້ໄຂການແຜ່ລະບາດ ພະຍາດໂຄວິດ-19 ດ້ວຍການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນທີ່ດີນຳກັນ ລວມທັງ ການຄົ້ນຄວ້າ ແລະ ພັດທະນາ (R&D) ແລະ ການຜະລິດຮ່ວມກັນຢາປົວພະຍາດ ກໍ່ຄືຢາວັກແຊັງຕ້ານໂຄວິດ-19; ການສະໜອງ ແລະ ການເຂົ້າເຖິງຢາວັກແຊັງຕ້ານໂຄວິດ-19 ຢ່າງເທົ່າທຽມກັນ ຜ່ານໂຄງການຢາວັກແຊັງສາກົນຫຼາຍຝ່າຍ ຫຼື ໂຄແວັກ (COVAX); ການຟື້ນຟູຮອບດ້ານເສດຖະກິດ ຫຼັງການແຜ່ລະບາດ ໂຄວິດ-19 ສິ້ນສຸດລົງ; ການຫັນເປັນເສດຖະກິດດີຈີຕອນ; ການພັດທະນາແບບຍືນຍົງ; ການເຊື່ອມຈອດອາຊຽນ; ການພັດທະນາຊັບພະຍາກອນມະນຸດ; ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາໃນອາຊຽນ.
ໃນໂອກາດນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ກໍ່ຄືການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 9 (9th ASEAN-U.S. Summit) ທີ່ຈະຈັດຂຶ້ນໃນເດືອນຕຸລາ 2021.