ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ. ອາເມລິກາ ຄັ້ງທີ 3

Jul 29, 2024

ໃນວັນທີ 27 ກໍລະກົດ 2024, ສປປ ລາວ ແລະ ສ.ອາເມລິກາ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງທີ 3 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ,ເຊິ່ງໄດ້ຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Antony J. Blinken, ລັດຖະມົນຕີຕ່າງປະເທດ ແຫ່ງ ສ. ອາເມລິກາ, ຊຶ່ງມີບັນດາລັດຖະມົນຕີ ແລະ ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປະເທດສະມາຊິກແມ່ນໍ້າຂອງຄື: ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງທີ 3 ໄດ້ຮ່ວມກັນທົບທວນຄືນໝາກຜົນຂອງການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກແມ່ນ້ຳຂອງ ແລະ ສ. ອາເມລິກາ ໃນໄລຍະຜ່ານມາ ກໍຄື ບັນດາແຜນງານ-ໂຄງການທີ່ນອນຢູ່ໃນແຜນປະຕິບັດງານຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2024-2026 ແລະ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກແມ່ນ້ຳຂອງ ແລະ ສ. ອາເມລິກາ, ເພື່ອຮັດແໜ້ນການຮ່ວມມືໃນການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ແນໃສ່ການພັດທະນາເສດຖະກິດ-ສັງຄົມໃນອະນຸພາກພື້ນແມ່ນໍ້າຂອງໂດຍລວມ.
ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອຟື້ນຟູສະພາບເສດຖະກິດໃນພາກພື້ນແມ່ນໍ້າຂອງ ໂດຍສະເພາະປິ່ນອ້ອມຂົງເຂດການຮ່ວມມືທີ່ເປັນບູລິມະສິດຄື: ການເຊື່ອມໂຍງເສດຖະກິດ, ການປົກປັກຮັກສາ ແລະ ການອະນຸລັກສິ່ງແວດລ້ອມ, ການຄຸ້ມຄອງນ້ຳ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ດ້ານຄວາມໝັ້ນຄົງທີ່ບໍ່ແມ່ນດ້ານການທະຫານ.
ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາເອກະສານສໍາຄັນຂອງກອງປະຊຸມ 2 ສະບັບຄື: ແຜນປະຕິບັດງານຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2024-2026 ແລະຖະແຫຼງການປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ. ອາເມລິກາ ຄັ້ງທີ 3 ເພື່ອເປັນບ່ອນອີງໃຫ້ແກ່ການສືບຕໍ່ເພີ່ມທະວີການຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມ ລະຫວ່າງບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ສ. ອາເມລິກາ ໃນຕໍ່ໜ້າ. ພ້ອມນີ້, ກໍໄດ້ສະເໜີມອບ-ຮັບໜ້າທີ່ການເປັນປະທານຮ່ວມຂອງຂອບການຮ່ວມມືດັ່ງກ່າວຈາກ ສປປ ລາວ ເພື່ອສົ່ງຕໍ່ໃຫ້ ໄທ ເປັນປະທານຮ່ວມກັບ ສ. ອາເມລິກາ ນັບແຕ່ປີ 2025 ເປັນຕົ້ນໄປ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ໄທ ທີ່ຮັບໜ້າທີ່ການເປັນປະທານຮ່ວມຕໍ່ຈາກ ສປປ ລາວ ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສ. ອາເມລິກາ ທີ່ໄດ້ສືບຕໍ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນພາກພື້ນແມ່ນ້ຳຂອງ, ລວມທັງ ສປປ ລາວ. ພ້ອມທັງສະເໜີ ໃຫ້ ສ. ອາເມລິກາ ສືບຕໍ່ເພີ່ມທະວີ ແລະ ສົ່ງເສີມການຮ່ວມມື ລະຫວ່າງ ສ. ອາເມລິກາ ແລະ ປະເທດສະມາຊິກແມ່ນ້ຳຂອງ.