ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ໃນວັນທີ 10 ກໍລະກົດ 2025 ທີ່ ກົວລາລຳເປີ, ປະເທດ ມາເລເຊຍ.

Jul 11, 2025

ໃນວັນທີ 10 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ທີ່ ຫໍປະຊຸມແຫ່ງຊາດ ກົວລາລຳເປີ, ປະເທດ ມາເລເຊຍ, ເຊິ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Bui Thanh Son, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມ ແລະ ທ່ານ IWAYA Takeshi, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ. ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ໄດ້ຮ່ວມກັນທົບທວນຄືນ ໝາກຜົນຂອງການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກແມ່ນ້ຳຂອງ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆ ທີ່ນອນຢູ່ໃນແຜນຍຸດທະສາດໂຕກຽວ 2024 ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດເຊື່ອມຈອດຂອງອາຊຽນ ແລະ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໄດ້ເປັນຢ່າງດີ. ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ລວມທັງແຜນການຈັດກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 13 ຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ໃນທ້າຍປີ 2025.
ກອງປະຊຸມຄັ້ງນີ້ ໄດ້ຮັບຊາບເອກະສານສໍາຄັນຂອງກອງປະຊຸມ 1 ສະບັບ ຄື: ຖະແຫຼງການຂອງປະທານຮ່ວມກອງປະຊຸມ (Co-Chairs’ Statement) ເພື່ອເປັນບ່ອນອີງໃຫ້ແກ່ການສືບຕໍ່ເພີ່ມທະວີການຮ່ວມມືໃນການພັດທະນາ ເສດຖະກິດ-ສັງຄົມ ລະຫວ່າງບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ຍີ່ປຸ່ນ ໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ກໍ່ຄືຂອງ ສປປ ລາວ. ເປັນຕົ້ນແມ່ນ, ການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບ ເພື່ອຜັນຂະຫຍາຍແຜນຍຸດທະສາດຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດທາງບົກໃນພາກພື້ນ, ທັງເປັນການອຳນວຍຄວາມສະດວກທາງດ້ານການຄ້າການລົງທຶນ ແລະ ການເຂົ້າເຖິງຕະຫຼາດພາກພື້ນ ແລະ ທົ່ວໂລກ.