ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

Aug 15, 2025

ໃນວັນທີ 15 ສິງຫາ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ທີ່ ເມືອງ ອານໜິງ, ແຂວງ ຢຸນໜານ, ສປ ຈີນ ພາຍໃຕ້ຄຳຂວັນ: ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກ່ວາດ້ວຍຄວາມສາມັກຄີ (Golden Decade: Staying Committed to Building a Better Community through Solidarity) ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
May be an image of 6 people and text
ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າ ຂອງການຮ່ວມມືໃນໄລຍະຜ່ານມາ ໂດຍເຫັນວ່າຂອບການຮ່ວມມືດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນໍາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 9 ແລະ ແຜນປະຕິບັດງານ 5 ປີ (2023-2027) ພາຍໃຕ້ 3 ເສົາຄໍ້າ (ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບູລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ກະສິກຳ ແລະ ລຶບລ້າງຄວາມທຸກຍາກ, ການຄ້າຂ້າມຊາຍແດນ, ແລະ ການສ້າງຂີດຄວາມອາດສາມາດໃນການຜະລິດ) ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດສະມາຊິກ ກໍ່ຄືພາກພື້ນແມ່ນ້ຳຂອງ. ນັບແຕ່ປີ 2017 ເປັນຕົ້ນມາ ກອງທຶນດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ. ໃນນັ້ນ, ສປປ ລາວ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ລວມທັງໝົດຈຳນວນ 100 ໂຄງການ ລວມມູນຄ່າຫຼາຍກວ່າ 26 ລ້ານໂດລາສະຫະລັດ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າທີ່ມີປະສິດທິພາບຍຶ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນໃນພາກພື້ນ ລວມທັງການກະກຽມຮອບດ້ານໃຫ້ແກ່ການຈັດກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໃນທ້າຍປີ 2025.
May be an image of 15 people, dais and text May be an image of 12 people and text
ກອງປະຊຸມໄດ້ຮັບຊາບເອກະສານສຳຄັນ ຈຳນວນ 3 ສະບັບ ຄື:
1. ບົດລາຍງານຄວາມຄືບໜ້າ ປະຈຳປີ 2024 ຂອງ ການຈັດຕັ້ງປະຕິບັດແຜນປະຕິບັດງານໄລຍະ 5 ປີ (2023-2027);
2. ບົດລາຍງານການຄົ້ນຄວ້າຮ່ວມປີ 2025 ຂອງສູນຄົ້ນຄວ້າສາກົນແມ່ນໍ້າຂອງ (GCMS): ຄວາມຄືບໜ້າ, ສິ່ງທ້າທາຍ, ແລະ ທິດທາງຮັດແໜ້ນການຮ່ວມມືດ້ານຄວາມໝັ້ນຄົງແບບໃໝ່ ພາຍໃຕ້ກົນໄກການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ;
3. ບັນຊີລາຍຊື່ໂຄງການທີ່ໄດ້ຮັບອະນຸມັດຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນປີ 2025.
ໃນກອງປະຊຸມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືດັ່ງກ່າວ ເຊິ່ງຕະຫຼອດໄລຍະ 9 ປີຜ່ານມາ ສປ ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ກໍ່ຄືການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການທີ່ແນໃສ່ການພັດທະນາແບບຍືນຍົງ, ພ້ອມທັງ, ໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານລະບົບເສດຖະກິດທັນສະໄໝ, ການພັດທະນານະວັດຕະກຳ ແລະ ດີຈີຕອນ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ງຄົງແບບໃໝ່, ຍົກສູງການພັດທະນາຊັບພະຍາກອນມະນຸດໃນທຸກຂະແໜງການ ເປັນຕົ້ນ ສຸມໃສ່ຂະແໜງກະສິກຳ, ພະລັງງານສະອາດ ແລະ ການທ່ອງທ່ຽວ.