ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມ

Sep 27, 2024

ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 26 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະປະເທດ ຕີມໍແລັດສະເຕ, ຮອງເລຂາທິການອາຊຽນ, ກອງເລຂາອາຊຽນ, ສູນພະລັງງານຂອງອາຊຽນເຂົ້າຮ່ວມ.
ທ່ານ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມຂອບໃຈຕໍ່ບັນດາຄະນະຜູ້ແທນ ທີ່ໄດ້ປະກອບ ສ່ວນຢ່າງເຕັມເມັດເຕັມໜ່ວຍ ໂດຍສະເພາະ ການໃຫ້ຄຳເຫັນຊີ້ນຳຂອງບັນດາທ່ານລັດຖະມົນຕີ ທີ່ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ໃນການກຳນົດທິດທາງ ແລະ ຍຸດທະສາດດ້ານພະລັງງານ ເພື່ອໃຫ້ສອດຄ່ອງກັບວິໄສທັດອາຊຽນ, ສາມາດສັງລວມປະເດັນສຳຄັນ ໄດ້ຄື: ການຮັບປະກັນການສະໜອງພະລັງງານໃຫ້ໝັ້ນຄົງ ທີ່ພວກເຮົາຕ້ອງຮັບຮູ້ເຖິງຄວາມຈໍາເປັນ ໃນການສ້າງຄວາມສົມດຸນລະຫວ່າງຄວາມໝັ້ນຄົງ ແລະ ການພັດທະນາທີ່ຍືນຍົງ, ການນໍາໃຊ້ຊັບພະຍາກອນ ແລະ ທ່າແຮງພະລັງງານອາຊຽນ ຢ່າງມີປະສິດຕິຜົນໃຫ້ເກີດຜົນປະໂຫຍດສູງສຸດ ແກ່ທຸກພາກສ່ວນ; ສ້າງເງື່ອນໄຂສະດວກ ເພື່ອເຊື່ອມໂຍງຕະຫລາດພະລັງງານລະຫວ່າງກັນ ເຊັ່ນ: ຊຸກຍູ້ການເຊື່ອມໂຍງຕາຂາຍໄຟຟ້າ (APG) ແລະ ການເຊື່ອມໂຍງທໍ່ສົ່ງອາຍແກັສອາຊຽນ ເຊິ່ງມີຄວາມສຳຄັນຕໍ່ການສ້າງຕະຫລາດພະລັງງານທີ່ມີເຂັ້ມແຂງ ແລະ ເຊື່ອມໂຍງກັນຫລາຍຂຶ້ນ ສາມາດຕອບສະໜອງຄວາມຕ້ອງການທັງໃນປັດຈຸບັນ ແລະ ອະນາຄົດ; ເສີມຂະຫຍາຍການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເພື່ອແບ່ງປັນຂໍ້ມູນ, ສ້າງອົງຄວາມຮູ້ວິຊາການດ້ານພະລັງງານ ລວມທັງການເປີດຮັບນະວັດຕະກໍາເຕັກໂນໂລຊີໃໝ່ໆ ເພື່ອໃຊ້ໃນການຜະລິດ ແລະ ຄຸ້ມຄອງພະລັງງານ ເພື່ອເພີ່ມປະສິດທິພາບ ແລະ ຫລຸດຄ່າໃຊ້ຈ່າຍ.
ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ໄດ້ສຳເລັດລົງ ແລະ ໄດ້ຮັບໝາກຜົນຕາມຄາດໝາຍ ທີ່ໄດ້ກຳນົດໄວ້, ເຊິ່ງຈະເປັນບ່ອນອີງທີ່ສຳຄັນ ສໍາລັບການສືບຕໍ່ປຶກສາຫາລືເຮັດວຽກຮ່ວມກັນ.
ທີ່ມາ: ຂປລ