ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 42 ແລະ AEBF ຄັ້ງທີ 24

Sep 26, 2024

ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 42 ພິທີເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 42 ແລະ AEBF ຄັ້ງທີ 24 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 26 ກັນຍານີ້ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນຄັ້ງທີ 42, ມີບັນດາ ລັດຖະມົນຕີພະລັງງານອາຊຽນ, ຮອງເລຂາທິການອາຊຽນດ້ານປະຊາຄົມ ເສດຖະກິດ, ປະເທດຄູ່ຮ່ວມພັດທະນາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວ່າ: ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ກໍຄືໃນ ນາມ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ປະທານກອງປະຊຸມ ກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 42 ແລະ ງານ ASEAN Energy Business Forum ຄັ້ງທີ 24 (AEBF-24) ທີ່ຈັດຄູ່ຂະໜານກັນ, ສປປ ລາວ ໃນຖານະປະທານອາຊຽນປີ 2024 ໄດ້ກຳນົດຫົວຂໍ້ “ອາ ຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ເນັ້ນໃຫ້ເຫັນບົດບາດອັນສໍາຄັນ ຂອງການເຊື່ອມໂຍງພະລັງງານອາຊຽນ ແນ່ໃສ່ເພື່ອວາງຮາກຖານສໍາຄັນຂອງການພັດທະນາເສດຖະກິດ ແລະ ສັງຄົມຂອງພາກພື້ນ. ໃນຂະນະດຽວກັນ, ການກຽມຄວາມພ້ອມເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການປ່ຽນຜ່ານສູ່ພະລັງງານທີ່ສະອາດກວ່າ. ພ້ອມນີ້ເຮົາກໍາລັງຢູ່ໃນໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດແຜນວຽກອາປາເອັກ (APAEC) ໄລຍະທີ 2 ໃນປີ 2025, ສິ່ງສໍາຄັນແມ່ນເຮົາຕ້ອງທົບທວນຜົນສໍາເລັດທີ່ເຮົາໄດ້ຈັດຕັ້ງປະຕິບັດ ແລະ ທິດທາງທີ່ອາຊຽນຈະກ້າວເດີນຕໍ່ໄປຂ້າງໜ້າເພື່ອບັນລຸເປົ້າ.
ການດໍາເນີນກອງປະຊຸມສໍາມະນາ ASEAN Energy Business Forum ຄັ້ງທີ 24 ທີ່ຈັດຂຶ້ນໂດຍສູນພະລັງງານອາຊຽນ ຊຶ່ງມີຄວາມຄາດຫວັງວ່າໃຫ້ເປັນເວທີໜຶ່ງທີ່ສໍາຄັນ ເພື່ອເຊື່ອມໂຍງລະຫວ່າງຜູ້ກຳນົດນະໂຍບາຍລະດັບສູງ ແລະ ຜູ້ມີສ່ວນຮ່ວມພາກທຸລະກິດ ເພື່ອແລກປ່ຽນຂໍ້ມູນ ແລະ ກາລະໂອກາດຂອງການຮ່ວມມື.
ກອງປະຊຸມ ອາເມັມ (AMEM) ແລະ ກອງປະຊຸມສໍາມະນາ AEBF ເຊື່ອໝັ້ນວ່ານອກຈາກໝາກຜົນທີ່ດີ ທີ່ຈະໄດ້ຮັບຈາກ ກອງປະຊຸມດັ່ງກ່າວແລ້ວ ພວກເຮົາຍັງຈະໄດ້ເພີ່ມທະວີການຮ່ວມມືໃນພາກພື້ນ ເພື່ອສ້າງ ຄວາມຮັບປະກັນດ້ານພະລັງງານທີ່ໝັ້ນຄົງ ແລະ ອານາຄົດທີ່ຍືນຍົງສໍາລັບປະຊາຊົນທຸກຄົນໃນປະຊາຄົມ, ໃນຖານະປະທານກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ຂ້າພະ ເຈົ້າ ຂໍຍິນດີຕ້ອນຮັບທຸກທ່ານເຂົ້າສູ່ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງ ປະຊຸມສໍາມະນາທຸລະກິດພະລັງງານຄັ້ງທີ 24, ທີ່ນະຄອນຫຼວງຂອງ, ສປປ ລາວ ຢ່າງເປັນທາງການ.