ວັນທີ 10 ຫາ 13 ມິຖຸນາ 2025, ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ໄດ້ຈັດຂຶ້ນຢູ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກ ລວມທັງຈີນ, ຣັດເຊຍ, ລາວ, ສ.ເກົາຫຼີ, ຮັງກາຣີເຂົ້າຮ່ວມກອງປະຊຸມ, ຜູ້ຕາງໜ້າຈາກຄະນະກຳມະການປະສານງານສາກົນກ່ຽວກັບການຂົນສົ່ງຂ້າມແດນເອີຣົບ-ອາຊີ ແລະ ຄະນະກຳມະການຮ່ວມມືທາງລົດໄຟເຂົ້າຮ່ວມກອງປະຊຸມຕາມຄຳເຊື້ອເຊີນ. ຜູ້ຕາງຫນ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ທ່ານ ປອ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ກໍໄດ້ເຂົ້າຮ່ວມກອງປະຊຸມດ້ວຍ.
ໃນພິທີເປີດກອງປະຊຸມ, ທ່ານMr. Miroslav Antonovich ປະທານຄະນະກຳມະການອົງການຮ່ວມມືທາງລົດໄຟ ໄດ້ຂຶ້ນກ່າວຕ້ອນຮັບຄະນະຜູ້ແທນແຕ່ລະປະເທດຢ່າງອົບອຸ່ນ ແລະ ໄດ້ຕີລາຄາສູງຕໍ່ການກະກຽມ ແລະ ການຕ້ອນຮັບຢ່າງມີປະສິດທິຜົນ ແລະ ເປັນລະບຽບຮຽບຮ້ອຍຂອງກອງປະຊຸມ ພ້ອມທັງອວຍພອນໃຫ້ກອງປະຊຸມໃນຄັ້ງນີ້ໄດ້ຮັບໝາກຜົນສຳເລັດຢ່າງຕັ້ງໜ້າ.
ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ຫຼາຍຫົວຂໍ້ຫຼັກ, ກວມເອົາບົດລາຍງານວຽກງານປະຈຳປີ 2024, ນະໂຍບາຍການຂົນສົ່ງ ແລະ ຍຸດທະສາດພັດທະນາ, ລະບຽບການຂົນສົ່ງ, ການສຶກສາ ແລະ ຝຶກອົບຮົມວິຊາຊີບ ແລະ ຜົນສຳເລັດອື່ນໆ. ກອງປະຊຸມຍັງໄດ້ພິຈາລະນາ ແລະ ຜ່ານແຜນງົບປະມານຂອງປີ 2025 ແລະ ງົບປະມານເບື້ອງຕົ້ນຂອງປີ 2026, ພ້ອມປຶກສາຫາລືກ່ຽວກັບການທີ່ຕັ້ງຂອງສໍານັກງານໃຫຍ່, ຈັດສັນຕໍາແຫນ່ງໃນໂຄງປະກອບການຈັດຕັ້ງ ແລະ ແຕ່ງຕັ້ງຕຳແໜ່ງທີ່ກ່ຽວຂ້ອງ, ກຳນົດລຳດັບການເປັນເຈົ້າພາບກອງປະຊຸມລັດຖະມົນຕີໃນຕໍ່ຫນ້າຢ່າງຊັດເຈນ ແລະ ກໍານົດວາລະ, ເວລາ ແລະ ສະຖານທີ່ເບື້ອງຕົ້ນຂອງກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 53.
ອົງການຮ່ວມມືທາງລົດໄຟແມ່ນເວທີຮ່ວມມືທາງລົດໄຟລະຫວ່າງລັດຖະບານທີ່ສຳຄັນໃນພາກພື້ນເອີລົບ ແລະ ອາຊີ, ເປັນອົງການຊຸກຍູ້ການປະສານງານນະໂຍບາຍການຂົນສົ່ງ ແລະ ການເຊື່ອມຕໍ່ລະຫວ່າງບັນດາປະເທດສະມາຊິກ. ການຈັດກອງປະຊຸມຄັ້ງນີ້ຈະຊຸກຍູ້ການຮ່ວມມືທາງລົດໄຟໃນພາກພື້ນ ແລະ ຊຸກຍູ້ການພັດທະນາລະບົບຄົມມະນາຄົມຂ້າມແດນໃຫ້ມີຄຸນນະພາບສູງຂຶ້ນອີກ.




