ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ການາດາ ຄັ້ງທີ 13

Sep 21, 2024

ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ການາດາ ຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 20 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ເມຣີ ແອັງ ລັດຖະມົນຕີ ກະຊວງສົ່ງເສີມການສົ່ງອອກ, ການຄ້າ ແລະ ການພັດທະນາເສດຖະກິດ ຂອງການາດາ, ບັນດາທ່ານລັດ ຖະມົນຕີເສດຖະກິດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ, ທ່ານລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນເຂົ້າຮ່ວມ.
ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ ‘ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ’. ສໍາລັບປະຊາຄົມເສດຖະກິດອາຊຽນ, ພວກເຮົາ ໄດ້ເນັ້ນໃສ່ 3 ກຸ່ມຍຸດທະສາດຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດທາງເສດຖະກິດ, ການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ ແລະ ການນໍາໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການເຊື່ອມໂຍງທາງເສດຖະກິດ ແລະ ການຄ້າໃນພາກພື້ນ. ອາຊຽນ ແລະ ການາດາ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ນັບມື້ນັບເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ການາດາ ມີມູນຄ່າ 20,​3 ຕື້ໂດລາ, ກວມເອົາ 0,6% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ການາດາ ເປັນຄູ່ຄ້າອັນດັບທີ 27 ຂອງອາຊຽນ. ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກປະເທດການາດາ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 3,​4 ຕື້ໂດລາ, ກວມເອົາ 1,5% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ ການາດາ ເປັນອັນດັບທີ 14 ຂອງບັນດາປະເທດທີ່ມີມູນຄ່າການລົງທຶນຫຼາຍຢູ່ໃນອາຊຽນ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງພວກເຮົາ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫຼັງທີ່ພວກເຮົາສໍາເລັດການເຈລະຈາ ແລະ ຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ການາດາ.
ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມວ່າ: ປີຜ່ານມາ ພວກເຮົາໄດ້ມີການປຶກສາຫາລື ໃນຫຼາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ການາດາ ຊຶ່ງໃນນັ້ນ ໄດ້ຫາລືເນື້ອໃນສັນຍາການຄ້າເສລີອາຊຽນ-ການາດາ ເພື່ອໃຫ້ບັນລຸຕາມເປົ້າໝາຍ ໄລຍະເວລາທີ່ກໍານົດໄວ້ ແລະ ນໍາມາຊຶ່ງຜົນປະໂຫຍດທາງເສດຖະກິດໃຫ້ແກ່ທັງສອງພາກພື້ນ. ໄດ້ແລກປ່ຽນຄໍາເຫັນ ກ່ຽວກັບການຮັກສາລະບົບການຄ້າຫຼາຍຝ່າຍ ໃຫ້ດໍາເນີນໄປຕາມຫຼັກການ ເພື່ອສ້າງຕະຫຼາດທີ່ຍຸຕິທໍາ ແລະ ເປີດກວ້າງ. ນອກຈາກນັ້ນ, ຍັງໄດ້ຮັບຊາບ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນວຽກຂອງກອງທຶນຮ່ວມອາຊຽນ-ການາດາ ໃນປີ 2023 ເພື່ອເພີ່ມທະວີສາຍພົວພັນຂອງທັງສອງພາກພື້ນ ໃນ 3 ເສົາຄໍ້າປະຊາຄົມອາຊຽນ ທີ່ໄດ້ກໍານົດໄວ້ໃນແຜນຮ່ວມມືຂອງພວກເຮົາ. ສະນັ້ນ, ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ, ກອງປະຊຸມຄັ້ງນີ້ ໄດ້ເນັ້ນໃສ່ ແລກປ່ຽນທັດສະນະ ກ່ຽວກັບການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດຖະແຫຼງການຮ່ວມອາຊຽນ- ການາດາ ກ່ຽວກັບການຄ້າ ແລະ ການລົງທຶນ ພ້ອມທັງຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການສ້າງຂີດຄວາມສາມາດອາຊຽນ-ການາດາ ແລະ ຄວາມຄືບໜ້າການເຈລະ ຈາສັນຍາການຄ້າເສລີອາຊຽນ-ການາດາ.