ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30

Mar 11, 2024

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ຈັດຂື້ນໃນຕອນເຊົ້າວັນທີ 9 ມີນາ 2024 ຢູ່ຫ້ອງປະຊຸມໂຮງເເຮມພູເເມນ ນະຄອນຫລວງພະບາງ ເເຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກໍາເເລະການຄ້າ ທັງເປັນ ລັດຖະມົນ ຕີເສດຖະກິດອາຊຽນຂອງລາວ, ມີລັດຖະມົນຕີເສດຖະກິດອາຊຽນທີ່ມາຈາກ10ປະເທດສະມາຊິກອາຊຽນ,ເລຂາທິການໃຫຍ່ອາຊຽນ,ກອງເລຂາອາຊຽນ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກໍາເເລະການຄ້າ ທັງເປັນ ລັດຖະມົນຕີເສດຖະກິດອາຊຽນຂອງລາວ ມີຄໍາເຫັນບາງຕອນວ່າ:ການຈັດກອງປະຊຸມຄັ້ງນີ້ມີຄວາມ
ຫມາຍຄວາມສໍາຄັນ ເນື່ອງຈາກວ່າເປັນການທົບທວນຄືນກ່ຽວກັບຫມາກຜົນການຈັດຕັ້ງປະຕິບັດວຽກວານການພົວພັນຮ່ວມ ມືທາງດ້ານເສົາຄໍ້າເສດຖະກິດຂອງອາຊຽນ ໃນໄລຍະຜ່ານມາ ເເລະ ວາງທິດທາງເເຜນການໃນຕໍ່ຫນ້າ ການເເກ້ໄຂດ້ານດີດ້ານອ່ອນ,ຂໍ້ຄົງຄ້າງ ເເລະ ຜົນກະທົບທີ່ມີຕໍ່ການພັດທະນາເສດຖະ ກິດຂອງບັນດາປະເທດອາຊຽນ,ໄລຍະຜ່ານມາກໍ່ຄືປັດຈຸບັນ ບັນດາປະເທດສະມາຊິກອາຊຽນໄດ້ສ້າງຕັ້ງສະພາທີ່ປຶກສາເສດ ຖະກິດອາຊຽນຮ່ວມກັນ ເຊີ່ງມີບົດບາດສໍາຄັນໃນການຂັບເຄື່ອນເສດຖະກິດຂອງອາຊຽນ ພ້ອມທັງເຮັດຫນ້າທີ່ເປັນຂົວຕໍ່ລະ ຫວ່າງພາກລັດ ເເລະ ພາກທຸລະກິດ,ເປັນຜູ້ຕີດຕາມຊຸກຍູ້ ເເລະ ໃຫ້ຄໍາປຶກສາໃນການຜັນຂະຫຍາຍການຈັດຕັ້ງປະຕິບັດ ເເຜນເເມ່ບົດປະຊາຄົມເສດຖະກິດອາຊຽນໃຫ້ບັນລຸຜົນ.
ໂອກາດດຽວກັນ ທ່ານໄດ້ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ປະເທດ ຕິມໍເລສເຕ ທີ່​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ຫລື WTO ຢ່າງເປັນທາງການ ໃນໂອກາດກອງປະຊຸມລັດຖະມົນຕີອົງການການຄ້າໂລກຄັ້ງທີ 13 ທີ່ ອາບູດາບີ, ສະຫະລັດ ອາຣັບເອມິເລັດ ເເລະ ​​ຫວັງ​ວ່າຕີມໍເລສເຕ ຈະ​ໄດ້ເຂົ້າ​ຮ່ວມໃນ​ຄອບຄົວ​ອາ​ຊຽນໃນ​ໄວໆ​ນີ້, ເຊິ່ງຈະເປັນ​ການເພີ່ມ​ທະວີ​ຄວາມເຂັ້ມແຂງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ໃຫ້ກັບພາກພື້ນຂອງພວກເຮົາ ຄຽງຄູ່ກັນນີ້ ທ່ານໄດ້ສະແດງຄວາມ​ຊົມເຊີຍ ຕໍ່ອິນ​ໂດ​ເນ​ເຊຍ​ ທີ່ໄດ້ເຮັດ ໜ້າທີ່ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2023 ໄດ້ເປັນຢ່າງດີ ແລະ ມີຜົນສໍາເລັດຢ່າງຈົບງາມ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອິນ​ໂດ​ເນ​ເຊຍ ອາຊຽນໄດ້ເຮັດສໍາເລັດຫຼາຍໜ້າວຽກທີ່ສໍາ​ຄັນ ​ໃນການກ້າວໄປສູ່ເປົ້າ​ໝາຍ​ຂອງ​ການສ້າງປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ 2025, ເຊິ່ງຖືເປັນການວາງພື້ນຖານ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການບັນລຸເປົ້າໝາຍລວມຂອງອາຊຽນ, ທັງເປັນການສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ, ຄວາມພະຍາຍາມ ແລະ ການປັບຕົວຂອງພວກເຮົາ ໃນການປະເຊີນໜ້າກັບສິ່ງທ້າທາຍຕ່າງໃນປີຜ່ານ ມາ ສໍາລັບລາວ ມີຄວາມພາກພູມໃຈ ທີ່ໄດ້ຮັບກຽດເປັນປະທານອາຊຽນ ເຊິິ່ງເປັນໄລຍະເວລາທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະໃນເງື່ອນໄຂທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ.
ຂ່າວ: ເດດອາລຸນ ແກ້ວວິໄລ