ວັນທີ 9 ພະຈິກ 2023ນີ້, ກະຊວງ ໂຍທາທິການ ແລະຂົນສົ່ງ ສປປ ລາວ ໄດ້ເປັນພາບຈັດກອງປະຊຸມ ລັດຖະມົມຕີ ຂົນສົ່ງອາຊຽນຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມ ຂຶ້ນທີ່ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປ ລາວ, ມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ, ມີບັນດາລັດຖະມົນຕີຂົນສົ່ງອາຊຽນ ແລະບັນດາຄະນະລັດຖະມົນຕີຈາກປະເທດຄູ່ຮ່ວມມືກັບອາຊຽນ ເຊັ່ນ: ສປ ຈີນ, ສ.ເກົາຫຼີ ແລະຍີ່ປຸ່ນ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ມີຄວາມສຳຄັນໃນການສ້າງຄວາມພ້ອມໃຫ້ ສປປ ລາວ ເຊິ່ງໄດ້ມີການປຶກສາຫາລືບັນຫາສຳຄັນ ເພື່ອສະໜັບສະໜູນການເປັນເຈົ້າພາບອາຊຽນ ໃນປີ 2024 ຂອງ ສປປ ລາວ ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມຈອດ-ເຊື່ອມໂຍງ ແລະ ຄວາມທົນທານ” ເຊິ່ງມີ 12 ບັນຫາທີ່ຈະໄດ້ພິຈາລະນາ ແລະຮັບຮອງ ປະກອບມີ: ບຸລິມະສິດ ແລະ ວຽກຈຸດສຸມປະຈໍາປີ 2024; ແຜນແມ່ບົດກ່ຽວກັບການຄຸ້ມຄອງການຈະລາຈອນທາງອາກາດອາຊຽນ (ສະບັບ ທີ3); ອານຸສັນຍາທີ 3 ວ່າດ້ວຍຄວາມສາມາດໃນການກວດສອບຄວາມປອດໄພຂອງເຈົ້າໜ້າທີ່ການບິນແຫ່ງຊາດ – ສັນຍາຮັບຮູ້ເຊິ່ງກັນ ແລະກັນ ຂອງໃບອະນຸຍາດປະຕິບັດໜ້າທີ່ຂອງນັກບິນພາຍໃນອາຊຽນ; ແຜນຈັດຕັ້ງປະຕິບັດ ວຽກງານການບິນອາຊຽນແບບຍືນຍົງ ແລະ ແຜນງານປະຈຳ ປີ 2023 -2024; ເນື້ອໃນ ບົດບັນທຶກຄວາມເຂົ້າໃຈ ໃນການພັດທະນາຕາໜ່າງເສັ້ນທາງຫຼວງອາຊຽນ; ນະໂຍບາຍຂໍ້ແນະນຳ ກ່ຽວກັບການເພື່ອປັບປຸງ ພື້ນຖານໂຄງລ່າງລົດໄຟຟ້າ ແລະ ສະຖານນີສາກອາຊຽນ; ເອກະສານແນະນຳ ກ່ຽວກັບທ່າເຮືອທັນສະໄໝ; ຂໍ້ແນະນຳ ເພຶ່ອກະກຽມຄວາມພ້ອມ ເພຶ່ອຮັບມືກັບວິກິດການໃນອານາຄົດຕໍ່ໜ້າ ເປັນຕົ້ນແມ່ນ. ສືບຕໍ່ສົ່ງເສີມ ການບໍລິຫານທ່າເຮືອ ແລະການອໍານວຍຄວາມສະດວກໃນການປ່ຽນ ແລະການສົ່ງລູກເຮືອກັບຄືນ; ຖະແຫຼງການຮ່ວມ ກອງປະຊຸມຄັ້ງທີ 22 ລະຫວ່າງ ອາຊຽນ-ສປ ຈີນ; ແຜນງານຫຼວງພະບາງ ການຮ່ວມມືດ້ານຄົມມະນາຄົມຂົນສົ່ງ ອາຊຽນ-ຢີ່ປຸ່ນ 2024-2033 ເພື່ອສືບຕໍ່ແຜນງານປາກເຊ 2014-2023; ຖະແຫຼງການຮ່ວມ ກ່ຽວກັບການຮ່ວມມືຮອບດ້ານການຂົນສົ່ງແບບອັດສະລິຍະ ລະຫວ່າງ ອາຊຽນ ສ.ເກົາຫຼີ; ຖະແໜງການຮ່ວມກອງປະຊຸມຂັນລັດຖະມົນຕີລະຫວ່າງຂະແໜງຄົມມະນາຄົມຂົນສົ່ງ ແລະ ຂະແໜງທ່ອງທ່ຽວ.
ຂ່າວ-ພາບ: ທະນູສີນ












